leftcenterrightdel
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ  ລົງກວດກາຄວາມຄືບໜ້າຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງດ່ວນ. ພາບ: laodong.vn

ໃນການກວດກາ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ  ໄດ້ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈກຳມະກອນທີ່ພວມເຮັດວຽກໂດຍກົງຢູ່ກິດຈະກຳເສັ້ນທາງດ່ວນ ກຸຍເຍິນ - ຈີແທັ້ງ; ສະເໜີບັນດາຜູ້ຮັບເໝົາຕ້ອງຄວບຄຸມຄຸນນະພາບຂອງກິດຈະກຳຢ່າງເຂັ້ມງວດ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າຂອງບັນດາກິດຈະກຳ, ເຮັດໄວແຕ່ຕ້ອງຄົບທຸກຂັ້ນຕອນ ແລະຮັບປະກັນຄຸນນະພາບ.

ແຫຼ່ງຄັດຈາກ: vovworld.vn