ຫວຽດນາມ ເຂົ້າຮ່ວມງານວາງສະແດງສິນຄ້າ RCEP ຄັ້ງທີ 2 ຢູ່ແຂວງຫູໜານ, ຈີນ
ກປ.ອອນໄລ - ຮ້ານວາງສະແດງສິນຄ້າຂອງຫວຽດນາມ ໄດ້ວາງສະແດງ ແລະນຳສະເໜີບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ຄື: ກາເຟ, ໝາກທຸລຽນ, ໝາກມ່ວງຫິມະພານ... ເຊິ່ງນີ້ແມ່ນຜະລິດຕະພັນທີ່ມີທ່າແຮງຂອງຫວຽດນາມ.
    |
 |
ພິທີເປີດງານວາງສະແດງສິນຄ້າ RCEP ຄັ້ງທີ 2. ພາບ: VOV |
ຕອນເຊົ້າວັນທີ 9 ພຶດສະພາ, ງານວາງສະແດງສິນຄ້າສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 2 ດ້ວຍຫົວຂໍ້ “ແບ່ງປັນກາລະໂອກາດ, ມຸ່ງໄປສູ່ອະນາຄົດ” ໄດ້ໄຂຂຶ້ນຢູ່ນະຄອນ Huaihua, ແຂວງຫູໜານ ສປ ຈີນ. ງານວາງສະແດງສິນຄ້າປີນີ້ ໄດ້ດຶງດູດຜູ້ຕາງໜ້າມາຈາກບັນດາປະເທດສະມາຊິກ RCEP, ໃນນັ້ນມີຫວຽດນາມ.
ເຂົ້າຮ່ວມງານວາງສະແດງຄັ້ງນີ້, ຮ້ານວາງສະແດງສິນຄ້າຂອງຫວຽດນາມ ໄດ້ວາງສະແດງ ແລະນຳສະເໜີບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ຄື: ກາເຟ, ໝາກທຸລຽນ, ໝາກມ່ວງຫິມະພານ... ນີ້ແມ່ນບັນດາຜະລິດຕະພັນທີ່ມີທ່າແຮງຂອງຫວຽດນາມ ເພື່ອສົ່ງອອກໄປຍັງຕະຫຼາດຈີນ ກໍ່ຄືບັນດາປະເທດສະມາຊິກ RCEP.
    |
 |
ຮ້ານວາງສະແດງສິນຄ້າຂອງຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ. ພາບ: ສໍານັກຂ່າວສານຫວຽດນາມ. |
ງານວາງສະແດງລວມມີບັນດາເຂດວາງສະແດງ, ຄື: ຮ້ານວາງສະແດງແຫ່ງຊາດ RCEP, ຮ້ານວາງສະແດງອຸດສາຫະກຳ “5+10”, ຮ້ານວາງສະແດງການຄ້າ, ການບໍລິການ ແລະບັນດາເຂດວາງສະແດງອື່ນໆ. ເຫດການດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 500 ກວ່າແຫ່ງ ແລະຜູ້ຊື້ 200 ກວ່າຄົນ, ຜ່ານນັ້ນສ້າງຕັ້ງຮູບແບບການວາງສະແດງທີ່ສົມທົບກັນລະຫວ່າງ “ການຄ້າສາກົນ + ສອງຊ່ອງທາງ + ອຸດສາຫະກຳ + ການຄ້າການບໍລິການ”. ງານວາງສະແດງ ກໍໄດ້ສ້າງພື້ນຖານການຮ່ວມມື ແລະແລກປ່ຽນການຄ້າຮອບດ້ານ, ເຕົ້າໂຮມບັນດາວິສາຫະກິດ ແລະຄູ່ຮ່ວມມືທີ່ມາຈາກ 15 ປະເທດສະມາຊິກ RCEP ພ້ອມດ້ວຍ 20 ກວ່າແຂວງ, ເຂດປົກຄອງຕົນເອງ ແລະນະຄອນຂອງຈີນ ເຂົ້າຮ່ວມ.
ໂດຍ: ໄຊຊະນະ