ຫວຽດນາມ ຍາມໃດກໍ່ປະຕິບັດຕາມກົດໝາຍສາກົນ ແລະສະໜັບສະໜູນການຮ່ວມມືສາກົນກ່ຽວກັບທະເລ
ກປ.ອອນໄລ - ກອງປະຊຸມສໍາມະນາພາກພື້ນກ່ຽວກັບບົດບາດ ITLOS ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 5 ພຶດສະພາ ຢູ່ຮ່າໂນ້ຍ, ຊຸກຍູ້ຄວາມເຂົ້າໃຈກ່ຽວກັບກົນໄກແກ້ໄຂການຂັດແຍ້ງຕາມ UNCLOS, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານທີ່ມາຈາກ 15 ປະເທດອາຊີ.
ຕອນເຊົ້າວັນທີ 5 ພຶດສະພາ, ກອງປະຊຸມສໍາມະນາພາກພື້ນກ່ຽວກັບບົດບາດຂອງສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລໃນການແກ້ໄຂການຂັດແຍ້ງທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍທະເລ, ໂດຍກະຊວງການຕ່າງປະເທດ ສົມທົບກັບສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ (ITLOS) ຈັດຕັ້ງໄຂຂຶ້ນຢູ່ສະຖາບັນການຕ່າງປະເທດ, ຮ່າໂນ້ຍ. ກອງປະຊຸມສໍາມະນາມີການເຂົ້າຮ່ວມຂອງຜູ້ຕາງໜ້າ 7 ທ່ານຈາກ ITLOS, ພ້ອມດ້ວຍຜູ້ແທນກວ່າ 70 ທ່ານ ແມ່ນນັກຊ່ຽວຊານດ້ານນິຕິກຳທີ່ມາຈາກ 15 ປະເທດຢູ່ພາກພື້ນອາຊີ.
    |
 |
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ກະຊວງການຕ່າງປະເທດຫວຽດນາມ |
ກອງປະຊຸມສໍາມະນານອນໃນບັນດາເຫດການທີ່ຈັດຂຶ້ນຢູ່ຫຼາຍພາກພື້ນໃນໂລກແນໃສ່ຊຸກຍູ້ຄວາມເຂົ້າໃຈກ່ຽວກັບກົນໄກແກ້ໄຂການຂັດແຍ້ງໃນຂອບເຂດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ຈາກນັ້ນປຶກສາຫາລືກ່ຽວກັບບົດບາດສຳຄັນຂອງ ITLOS ໃນການແກ້ໄຂການຂັດແຍ້ງທີ່ກ່ຽວຂ້ອງເຖິງການອະທິບາຍ ແລະນຳໃຊ້ສົນທິສັນຍາ.
ທ່ານ Tomas Heidar ຫົວໜ້າສານ ITLOS ໄດ້ຕີລາຄາສູງເລື່ອງລັດຖະບານຫວຽດນາມ ເວົ້າລວມ, ກະຊວງການຕ່າງປະເທດຫວຽດນາມ ເວົ້າສະເພາະ ໄດ້ໜູນຊ່ວຍ ແລະຮ່ວມເດີນທາງພ້ອມກັບ ITLOS ໃນການຈັດຕັ້ງກອງປະຊຸມສໍາມະນາພາກພື້ນຄັ້ງນີ້ຢູ່ຫວຽດນາມ. ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນກອງປະຊຸມສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ຄັ້ງທີ 3 ແລະແມ່ນໜຶ່ງໃນບັນດາປະເທດທີ່ລົງນາມ, ໃຫ້ສັດຕະຍາບັນສົນທິສັນຍາໂດຍໄວ.
ໂດຍ: ເຈິ່ນຮວ່ຽນ