ສ້າງກົນໄກພິເສດໃຫ້ແກ່ບັນດາໂຄງການຮັບໃຊ້ການຈັດຕັ້ງກອງປະຊຸມ APEC 2027
ຢູ່ກອງປະຊຸມ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ກອງປະຊຸມ APEC 2027 ແມ່ນໜ້າທີ່ທາງການຕ່າງປະເທດທີ່ສຳຄັນພິເສດຂອງພັກ, ລັດ ໂດຍຢັ້ງຢືນຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ.
    |
 |
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: VOV |
ຕອນບ່າຍວັນທີ 4 ພຶດສະພາ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ ແລະ ແຂວງກຽນນຢາງ ກ່ຽວກັບບັນດາໂຄງການຮັບໃຊ້ການຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ - APEC 2027 ຢູ່ນະຄອນ ຝູກວັກ ແຂວງ ກຽນຢາງ.
ຢູ່ກອງປະຊຸມ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ກອງປະຊຸມ APEC 2027 ແມ່ນໜ້າທີ່ທາງການຕ່າງປະເທດທີ່ສຳຄັນພິເສດຂອງພັກ, ລັດ ໂດຍຢັ້ງຢືນຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ, ພ້ອມທັງຢັ້ງຢືນໝາກຜົນ40 ປີແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ, ສ້າງກຳລັງໜູນໃໝ່ໃຫ້ແກ່ກຽນຢາງ. ຜ່ານກອງປະຊຸມ APEC 2027 ຈະແນະນຳກ່ຽວກັບກຽນຢາງ ແລະ ຊຸກຍູ້ຝູກວັກ ພັດທະນາໂດຍໄວ ແລະຍືນຍົງ.
ເນັ້ນໜັກເຖິງລັກສະນະຮີບດ່ວນ, ຈຳເປັນຕ້ອງຜັນຂະຫຍາຍ 29 ໂຄງການເພື່ອຮັບໃຊ້ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ເວລາບໍ່ມີຫຼາຍ, ປະມານ 20 ເດືອນ ທຸກໂຄງການຄືສະໜາມບິນ, ສູນກອງປະຊຸມ, ໂຄງການເຊື່ອມຕໍ່, ພື້ນຖານໂຄງລ່າງທີ່ກ່ຽວຂ້ອງເພື່ອຮັບໃຊ້ໃຫ້ແກ່ APEC ຕ້ອງປະຕິບັດສຳເລັດກ່ອນດຳເນີນກອງປະຊຸມປະມານ 2 - 3 ເດືອນເພື່ອເຄື່ອນໄຫວທົດລອງ.
ແຫຼ່ງຄັດຈາກ: vovworld.vn