ມະຕິເລກທີ 68: ຄຳຖະແຫຼງປະກາດການປະຕິຮູບໃໝ່ສຳລັບເສດຖະກິດເອກະຊົນ
ວັນທີ 4 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໄດ້ລົງລາຍເຊັນປະກາດໃຊ້ມະຕິສະບັບເລກທີ 68 – NQ/TW ກ່ຽວກັບການພັດທະນາເສດຖະກິດເອກະຊົນ, ໃນນັ້ນ ໄດ້ເນັ້ນໜັກວ່າ “ເສດຖະກິດເອກະຊົນ ແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ".
ມີນັກຊ່ຽວຊານເສດຖະກິດ, ວິສາຫະກິດຫຼາຍທ່ານຖືວ່າ ນີ້ແມ່ນເອກະສານທີ່ມີລັກສະນະເປັນຂີດໝາຍບຸກທະລຸ, ຊ້ຳບໍ່ໜຳອາດຈະຖືວ່າເປັນ “ຖະແຫຼງການປະຕິຮູບ” ໃໝ່ສຳລັບເສດຖະກິດເອກະຊົນ, ເພາະວ່າມີຫຼາຍຈຸດເນັ້ນໜັກ “ແບບບໍ່ເຄີຍມີມາກອ່ນ”.
    |
 |
ພາບປະກອບຈາກ ສໍານັກຂ່າວສານຫວຽດນາມ. |
ທ່ານ ຟ້າມງວຽນຄາງ, ຜູ້ອຳນວຍການບໍລິສັດເຫຼັກກ້າ ມິງຈາງ, ຢູ່ນະຄອນ ໝີທໍ, ແຂວງ ຕຽນຢາງ, ຖືວ່າ:
“ມະຕິສະບັບເລກທີ 68 ຂອງກົມການເມືອງວ່າດ້ວຍການພັດທະນາເສດຖະກິດເອກະຊົນ ແມ່ນກຳລັງໜູນໃຫຍ່ຂອງປະເທດ, ປະຊາຊົນມີຄວາມເພີ່ງພໍໃຈທີ່ສຸດ, ເມື່ອໄດ້ປະຕິບັດບັນດາສິ່ງທີ່ກົດໝາຍອະນຸຍາດ. ໃນໄລຍະຈະມາເຖິງ, ພາຍຫຼັງມີມະຕິສະບັບນີ້ແລ້ວ, ກໍຫວັງວ່າຈະມີການປ່ຽນແປງ, ໂດຍສະເພາະແມ່ນກ່ຽວກັບລະບຽບການບໍລິຫານສາທາລະນະ ເຮັດແນວໃດໃຫ້ໄວ, ກະທັດລັດ, ໜູນຊ່ວຍເສດຖະກິດເອກະຊົນພັດທະນາແບບຍືນຍົງ”.
ແຫຼ່ງຄັດຈາກ: vovworld.vn