ຊຸກຍູ້ການຄ້າສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນ້ຳລະຫວ່າງ ຫວຽດນາມ ແລະອາເມລິກາ
ທີ່ກອງປະຊຸມ, ມີຫຼາຍຄຳເຫັນ, ຂໍ້ສະເໜີຂອງບັນດາກຸ່ມບໍລິສັດ, ສະຫະສະມາຄົມບັນດາຂະແໜງສິນຄ້າ, ວິສາຫະກິດຳເນີນທຸລະກິດ ແລະສົ່ງອອກ-ນຳເຂົ້າ ກ່ຽວກັບຄວາມສາມາດຊຸກຍູ້ດ້ານການຄ້າສອງສົ້ນ.
“ຊຸກຍູ້ການຄ້າສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນ້ຳລະຫວ່າງ ຫວຽດນາມ ແລະອາເມລິກາ” ແມ່ນຫົວຂໍ້ຂອງກອງປະຊຸມທີ່ຈັດຂຶ້ນໃນວັນທີ 9 ພຶດສະພາ, ຢູ່ຮ່າໂນ້ຍ, ເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງດ້ານການຄ້າມຸ່ງໄປເຖິງການສ້າງດຸ່ນການຄ້າມີຄວາມດຸ່ນດ່ຽງ, ຍືນຍົງ, ຍາວນານລະຫວ່າງອາເມລິກາ ແລະ ຫວຽດນາມ.
    |
 |
ກອງປະຊຸມ "ຊຸກຍູ້ການຄ້າສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນ້ຳລະຫວ່າງ ຫວຽດນາມ ແລະອາເມລິກາ". ພາບ: VOV |
ທີ່ກອງປະຊຸມ, ມີຫຼາຍຄຳເຫັນ, ຂໍ້ສະເໜີຂອງບັນດາກຸ່ມບໍລິສັດ, ສະຫະສະມາຄົມບັນດາຂະແໜງສິນຄ້າ, ວິສາຫະກິດດຳເນີນທຸລະກິດ ແລະ ສົ່ງອອກ-ນຳເຂົ້າ ກ່ຽວກັບຄວາມສາມາດຊຸກຍູ້ດ້ານການຄ້າສອງສົ້ນ, ສະແດງໃຫ້ເຫັນເຈດຕະນາດີຂອງຫວຽດນາມ ໃນຄວາມມານະພະຍາຍາມສ້າງດຸນການຄ້າສອງຝ່າຍໃຫ້ມີຄວາມດຸ່ນດ່ຽງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມຫວຽດນາມ ໂດ້ດຶດຢຸຍ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ສະເໜີໃຫ້ບັນດາສະຫະສະມາຄົມຂະແໜງສິນຄ້າສົ່ງອອກ-ນຳເຂົ້າ ກວດກາຄືນຂັ້ນຕອນການຜະລິດ, ປະຕິບັດບັນດາຂໍ້ກຳນົດສາກົນຢ່າງເຂັ້ມງວດ. ຂ້າພະເຈົ້າ ຮຽກຮ້ອງໃຫ້ວິສາຫະກິດກ້າລົງທຶນເຂົ້າເຕັກໂນໂລຊີປຸງແຕ່ງເລິກ, ພ້ອມກັນນັ້ນ ສ້າງໂຄງປະກອບການຜະລິດຄືນໃໝ່ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ, ໂດຍສະເພາະແມ່ນຕະຫຼາດອາເມລິກາ. ຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນບັນດາຕະຫຼາດໃຫຍ່ທີ່ໄດ້ລົງນາມສັນຍາການຄ້າເສລີ (FTA) ກັບຫວຽດນາມ; ພ້ອມກັນນັ້ນ, ຍູ້ແຮງການຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຕະຫຼາດຢູ່ພາຍໃນປະເທດ”.
ແຫຼ່ງຄັດຈາກ: vovworld.vn