leftcenterrightdel
ລາຍການແນະນໍາການທ່ອງທ່ຽວຫວຽດນາມ ທີ່ Milan. ພາບ: ສູນຂໍ້ມູນຂ່າວທ່ອງທ່ຽວ

ກ່າວຄໍາເຫັນທີ່ເຫດການ, ທ່ານ ຫງວຽນຈູ່ງແຄ໊ງ ຫົວໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ກໍານົດ ອີຕາລີ ແມ່ນໜຶ່ງບັນດາຕະຫຼາດຈຸດສຸມທີ່ເອີລົບ. ເລື່ອງເພີ່ມທະວີການເຊື່ອມຕໍ່ການບິນ, ແລກປ່ຽນຄະນະວິສາຫະກິດ ແລະພັດທະນາຜະລິດຕະພັນທີ່ສອດຄ່ອງແມ່ນບັນດາປັດໄຈຫຼັກແຫຼ່ງເພື່ອຊຸກຍູ້ການທ່ອງທ່ຽວສອງສົ້ນລະຫວ່າງຫວຽດນາມ ແລະອີຕາລີ. ພິເສດ, ເລື່ອງ Vietnam Airlines ເປີດຖ້ຽວບິນໂດຍກົງຮ່າໂນ້ຍ - Milan ແຕ່ວັນທີ 1 ກໍລະກົດ ຈະມາເຖິງແມ່ນບາດກ້າວສໍາຄັນ, ເປີດອອກກາລະໂອກາດສະດວກເພື່ອເຊື່ອມຕໍ່ໂດຍກົງລະຫວ່າງສອງພື້ນຖານວັດທະນະທໍາ, ສອງຕະຫຼາດທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນ.

ໃນບົດກ່າວຄໍາເຫັນຂອງຕົນ, ທ່ານ Raffaele Cattaneo ຮອງລັດຖະມົນຕີເຂດ Lombardy ຢືນຢັນວ່າ ເລື່ອງເຂດ Lombardy ໄດ້ ແລະພວມປັບປຸງການພົວພັນກັບຫວຽດນາມ ໃນທຸກຂົງເຂດ. ຕາມທ່ານແລ້ວ ການທ່ອງທ່ຽວແມ່ນໜຶ່ງຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ເຂດ Lombardy ມີຄວາມເອກອ້າງທະນົງໃຈໄດ້ເລືອກແມ່ນຈຸດເລີ່ມຕົ້ນໃຫ້ຖ້ຽວບິນໂດຍກົງຂອງ Vietnam Airlines ເຊື່ອມຕໍ່ສອງປະເທດແຕ່ວັນທີ 1 ກໍລະກົດ ຈະມາເຖິງ.

ໂດຍ: ໄຊນີດາ