ປຸກລະດົມເດືອນມະນຸດສະທໍາລະດັບຊາດປີ 2025
ກປ.ອອນໄລ - ວັນທີ 8 ພຶດສະພາ, ສະມາຄົມກາແດງຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຈັດຕ້ັງພິທີປຸກລະດົມເດືອນມະນຸດສະທໍາລະດັບຊາດປີ 2025 ດ້ວຍຫົວຂໍ້ “ການເດີນທາງມະນຸດສະທໍາ-ແຜ່ຂະຫຍາຍຄວາມຮັກແພງ”.
ລາຍການສະເຫຼີິມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890 / 19-5-2025), ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025), ສະເຫຼີມສະຫຼອງວັນກາແດງ ແລະຊິກວົງເດືອນແດງສາກົນ (8-5).
ທ່ານ ໂດວັນຈ໊ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາ.
    |
 |
ທ່ານ ໂດວັນຈ໊ຽນ ກ່າວຄໍາເຫັນຊີ້ນໍາ. ພາບ: qdnd.vn |
    |
 |
ຜູ້ແທນດຳເນີນພິທີປຸກລະດົມເດືອນມະນຸດສະທໍາ. ພາບ: qdnd.vn |
ເດືອນມະນຸດສະທໍາປີ 2025 ສູ້ຊົນປຸກລະດົມແຫຼ່ງກໍາລັງໄດ້ 400 ຕື້ດົ່ງ ເພື່ອຜັນຂະຫຍາຍກິດຈະກຳຕ່າງໆ ແລະເປັນເຈົ້າການກຽມພ້ອມຕອບສະໜອງຄວາມຮຽກຮ້ອງຊ່ວຍເຫຼືອມະນຸດສະທໍາ. ໃນເດືອນມະນຸດສະທໍາປີ 2025, ສະມາຄົມກາແດງຫວຽດນາມ ສູ້ຊົນຜັນຂະຫຍາຍໜູນຊ່ວຍສະຖານທີ່ມະນຸດສະທໍາ 100.000 ແຫ່ງ, ກໍ່ສ້າງເຮືອນກາແດງ 500 ຫຼັງ, ຈັດຕ້ັງ 50 ລາຍການກວດ, ປິນປົ່ວພະຍາດ, ໃຫ້ຄໍາປຶກສາສຸຂະພາບໂດຍບໍ່ເກັບຄ່າ ແລະມີຫຼາຍກິດຈະກໍາທີ່ມີລັກສະນະມະນຸດສະທໍາ. ພ້ອມທັງ, ປຸກລະດົມ 200.000 ຄົນເຂົ້າຮ່ວມຍ່າງ, ແລ່ນຕອບສະໜອງລາຍການ “ລ້ານຮອຍຕີນມະນຸດສະທໍາ-ສືບທອດປະຫວັດສາດ”.
    |
 |
ມອບທຶນການສຶກສາໃຫ້ນັກຮຽນທີ່ນະຄອນໂຮ່ຈີມິນ. ພາບ: qdnd.vn |
    |
 |
ວັນບຸນອາສາສະໝັກບໍລິຈາກເລືອດຕອບສະໜອງພິທີປຸກລະດົມເດືອນມະນຸດສະທໍາປີ 2025. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີ, ທ່ານ ໂດວັນຈ໊ຽນ ໃຫ້ຮູ້ວ່າ: ໃນເກືອບ 80 ປີຜ່ານມາ, ສະມາຄົມກາແດງຫວຽດນາມ ໄດ້ກາຍເປັນຂົວເຊື່ອມຕໍ່ທີ່ໄວ້ເນື້ອເຊື່ອໃຈລະຫວ່າງພັກ, ລັດ, ບັນດາອົງການຈັດຕັ້ງ, ບຸກຄົນ ກັບຄົນທີ່ຕ້ອງໄດ້ຮັບການໜູນຊ່ວຍ.
ທ່ານ ໂດວັນຈ໊ຽນ ຫວັງວ່າ ສະມາຄົມກາແດງຫວຽດນາມ ສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ວິທີການເຄື່ອນໄຫວ, ໃກ້ຊິດຕິດແທດກັບຕົວຈິງ, ຕິດພັນຢ່າງແໜ້ນແຟ້ນກັບບັນດາຜູິທີ່ດ້ອຍໂອກາດ, ຮັບປະກັນປະຕິບັດບັນດາຫຼັກການມະນຸດສະທໍາ ແລະເສີມຂະຫຍາຍບົດບາດຫຼັກແຫຼ່ງ, ທີ່ຕັ້ງ ແລະອິິດທິພົນຊື່ສຽງໃນສະພາບການໃໝ່, ຢືນຢັນຢ່າງຈະແຈ້ງບົດບາດສໍາຄັນພິເສດໃນວຽກງານປຸກລະດົມ, ເຊື່ອມຕໍ່ ແລະປະສານງານບັນດາແຫຼ່ງກໍາລັງສັງຄົມ, ພິເສດແມ່ນຈາກປະຊາຄົມວິສາຫະກິດ ເພື່ອພ້ອມກັບພັກ, ລັດປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມ.
ໂດຍ: ໄຊນີດາ