ນະຄອນໂຮ່ຈີມິນ ກຽມພ້ອມຈັດຕັ້ງວັນບຸນ ວິສາຂະບູຊາ Vesak 2025
ວຽກງານກະກຽມໃຫ້ແກ່ວັນບຸນວິສາຂະບູຊາ ສປຊ Vesak 2025, ນີ້ແມ່ນຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ໃນລະຫວ່າງວັນທີ 6-8 ພຶດສະພາ, ໄດ້ກຽມພ້ອມຢ່າງສຳເລັດແລ້ວ.
ຕາມພະມະຫາອາຈານ ທິກດຶດທຽນ - ຮອງປະທານ, ທັງເປັນເລຂາທິການໃຫຍ່ສະພາບໍລິຫານງານພຸດທະສາສະໜາຫວຽດນາມ, ຮອງປະທານທັງເປັນເລຂາທິການໃຫຍ່ຄະນະກຳມະການຈັດຕັ້ງ ວັນບຸນວິສາຂະບຸຊາ ສປຊ 2025, ໃນວິວັດການກວດກາວຽກງານກະກຽມໃຫ້ແກ່ວັນບຸນ, ປະທານຄະນະຈັດຕັ້ງ ວັນບຸນວິສາຂະບຸຊາ ແລະ ບັນດາສະມາຊິກໄດ້ຕີລາຄາສູງວຽກງານກະກຽມຂອງພຸດທະສາສະໜາຫວຽດນາມ, ນັບແຕ່ບັນດາລາຍການ, ເອກະສານຈົນຮອດຮາກຖານ, ວັດຖຸອຸປະກອນຢູ່ສະຖານທີ່ດຳເນີນວັນບຸນ Vesak 2025.
    |
 |
ໄຂສູນສື່ມວນຊົນເພື່ອຮັບໃຊ້ວັນບຸນ. ພາບ: chinhphu.vn |
ພະມະຫາອາຈານ ທິກດຶກທຽນ ໃຫ້ຮູ້ວ່າ ອາດເວົ້າໄດ້ວ່ານີ້ແມ່ນການສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງຫວຽດນາມ ສຳລັບປະຊາຄົມສາກົນ. ນີ້ກໍ່ແມ່ນຜົນຕາມມາເມື່ອ ຫວຽດນາມ ຈັດຕັ້ງສຳເລັດເຫດການ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ຈາກນັ້ນສ້າງແຫຼ່ງບັນດານໃຈ, ບັນຍາກາດເອກອ້າງທະນົງໃຈເພື່ອໃຫ້ບັນດາເພື່ອນມິດສາກົນມີຄວາມຫວັງຢາກມາຫວຽດນາມ.
ແຫຼ່ງຄັດຈາກ: vovworld.vn