ທ່ານ Mathias Cormann ເລຂາທິການໃຫຍ່ OECD ໄດ້ຕີລາຄາສູງບົດບາດນັບມື້ນັບສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນພື້ນຖານເສດຖະກິດທົ່ວໂລກ ແລະໂຄງສ້າງພາກພື້ນ; ເນັ້ນໜັກເຖິງຄວາມຄືບໜ້າອັນພົ້ນເດັ່ນຂອງການພົວພັນຄູ່ຮ່ວມມືອາຊີຕາເວັນອອກສ່ຽງໃຕ້-OECD ໃນໄລຍະຜ່ານມາ. ທ່ານ Maris Sangiampongsa ລັດຖະມົນຕີກະຊວງການຕ່າງປະເທດໄທ ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮ່ວມມືຫຼາຍຝ່າຍ, ເນັ້ນໜັກວ່າ ໄທ ຖືເປັນສຳຄັນການຮ່ວມມືກັບ OECD ແລະພວມຕັ້ງໜ້າຜັນຂະຫຍາຍເສັ້ນທາງເຂົ້າຮ່ວມ OECD.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ (ຂວາ) ຖ່າຍຮູບເປັນທີ່ລະນຶກກັບບັນດານັກບັນລະຍາຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ໄດ້ຕີລາຄາກ່ຽວກັບສະພາບການສາກົນ ແລະພາກພື້ນທີ່ມີການປ່ຽນແປງ ແລະມີຄວາມບໍ່ແນ່ນອນ, ເຊິ່ງສົ່ງຜົນກະທົບຫຼາຍດ້ານ ແລະເລິກເຊິ່ງເຖິງລັດທິຫຼາຍຝ່າຍ, ໂລກາພິວັດ ແລະການພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດ; ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມື ອາຊີຕາເວັນອອກສ່ຽງໃຕ້ - OECD ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນເຂົ້າໃນຂະບວນການປະຕິຮູບເສດຖະກິດ, ການເຊື່ອມໂຍງເຂົ້າກັບພາກພື້ນ ແລະພັດທະນາແບບຍືນຍົງ.

ເນື່ອງໃນໂອກາດນີ້, ທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ໄດ້ມີການພົບປະສອງຝ່າຍກັບທ່ານ Mathias Cormann ເລຂາທິການໃຫຍ່ OECD; ທ່ານນາງ Robyn Mudie ຜູ້ຊ່ວຍຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດ ແລະການຄ້າຕ່າງປະເທດອົດສະຕາລີ; ທ່ານ Jun Shimmi ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຍີ່ປຸ່ນ ປະຈຳ OECD.

ໂດຍ: ຈາງຫງວຽນ