ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ: ພັດທະນາ ເກີ່ນເທີ ກາຍເປັນຕົວເມືອງອັດສະລິຍະ, ຮັ່ງມີສວຍງາມ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ນະຄອນເກີ່ນເທີ ຕ້ອງຂຸດຄົ້ນບັນດາທ່າແຮງຂອງຕົນໃນໄລຍະໃໝ່ຢ່າງສຸດຂີດ, ປະຕິບັດການປະຕິວັດກ່ຽວກັບການຈັດຕັ້ງພະນັກງານ ແລະ ເປົ້າໝາຍການເຕີບໂຕ.
ເມື່ອເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 / ວັນທີ 30 ເມສ 2025) ຢູ່ນະຄອນເກີນເທີ ໃນຕອນຄ່ຳວັນທີ 26 ເມສາ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວເດີນພັດທະນາຢ່າງຕັ້ງໜ້າຂອງນະຄອນໃນການພັດທະນາເສດຖະກິດ - ສັງຄົມ ພາຍຫຼັງ 50 ປີແຫ່ງວັນປົດປ່ອຍ, ພິເສດແມ່ນພາຍຫຼັງ 20 ປີ ທີ່ນະຄອນ ເກີ່ນເທີ ກາຍເປັນນະຄອນຂຶ້ນກັບສູນກາງ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: vov.vn |
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ນະຄອນເກີ່ນເທີ ຕ້ອງຂຸດຄົ້ນບັນດາທ່າແຮງຂອງຕົນໃນໄລຍະໃໝ່ຢ່າງສຸດຂີດ, ປະຕິບັດການປະຕິວັດກ່ຽວກັບການຈັດຕັ້ງພະນັກງານ ແລະເປົ້າໝາຍການເຕີບໂຕ. ໃນນັ້ນ, ສຸມໃສ່ເອົາໃຈໃສ່ພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ... ເພື່ອໃຫ້ ນະຄອນເກີ່ນເທີ ນັບມື້ນັບພັດທະນາ, ກາຍເປັນນະຄອນອັດສະລິຍະ, ຮັ່ງມີສວຍງາມ, ວັດທະນາຖາວອນ, ທັນສະໄໝໂດຍໄວ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມດ້ວຍບັນດາຜູ້ແທນໄດ້ຮັບຊົມລາຍການສິລະປະພິເສດ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ