leftcenterrightdel
ການເຄື່ອນໄຫວມອດ​ໄຟ​ຕອບ​ສະ​ໜອງ​ໂມງ​ ເພື່ອ​ໜ່ວຍ​ໂລກ 2025 ຢູ່ຮ່າໂນ້ຍ. ພາບ: qdnd.vn

ຕາມຂ່າວຈາກບໍລິສັດໝູນໃຊ້ລະບົບໄຟຟ້າ ແລະຕະຫຼາດໄຟຟ້າແຫ່ງຊາດ (NSMO),  ພາຍຫຼັງ ໄດ້ມອດໄຟ 1 ຊົ່ວໂມງຕອບສະໜອງໂມງ ເພື່ອໜ່ວຍໂລກ 2025 (ແຕ່ 20h30 ຫາ 21h30 ວັນທີ 22 ມີນາ 2025), ທົ່ວປະເທດ ໄດ້ປະຢັດປະລິມານພະລັງງານແມ່ນ 448.000 kWh. ເຫດການໂມງ ເພື່ອໜ່ວຍໂລກ ເພື່ອແນໃສ່ຕອບສະໜອງ ແລະຮຽກຮ້ອງການເຂົ້າຮ່ວມຂອງທຸກຊັ້ນໃນສັງຄົມ ພ້ອມກັນກະທຳ ເພື່ອກ້າວໄປເຖິງພື້ນຖານເສດຖະກິດສີຂຽວ. ປີ 2024, ໂດຍໄດ້ຕອບສະໜອງໂມງເພື່ອໜ່ວຍໂລກ, ພາຍຫຼັງ 1 ຊົ່ວໂມງ, ທົ່ວປະເທດໄດ້ປະຢັດປະລິມານການຜະລິດໄຟຟ້າ ແມ່ນ 428.000 kWh. ຕາມການຕີລາຄາຂອງກະຊວງອຸດສາຫະກຳການຄ້າຫວຽດນາມ, ປະຈຸບັນ, ຂົງເຂດພະລັງງານ ປະກອບສ່ວນປະມານ 70% ຈຳນວນອາຍພິດເຮືອນແກ້ວທັງໝົດ. ຖ້າ ບັນດາທ້ອງຖິ່ນ, ວິສາຫະກິດ, ປະຊາຊົນ ບໍ່ມີການກະທຳອັນຂ້ຽວຂາດ ເພື່ອຫຼຸດອັດຕາອາຍພິດເຮືອນແກ້ວ, ຫວຽດນາມ ຍາກທີ່ຈະບັນລຸເປົ້າໝາຍກ່ຽວກັບການຫຼຸດອັດຕາອາຍພິດໃຫ້ລົງສູນ ໃນປີ 2050 ຄືດັ່ງຄຳໝັ້້ນສັນຍາ ໄດ້.

ແຫຼ່ງຄັດຈາກ: vovworld