ຫວຽດນາມ ຍາມໃດກໍຖືອາເມລິກາ ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າ; ພ້ອມທັງປາດຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນຢ່າງຮອບດ້ານ ແລະຍືນຍົງກັບອາເມລິກາ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງສອງປະເທດ. ວົງເງິນການຄ້າສອງຝ່າຍ ຫວຽດນາມ-ອາເມລິກາ ປີ 2024 ບັນລຸ ເກືອບ 150 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 20,4% ເມື່ອທຽບໃສ່ປີ 2023. ອາເມລິກາ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງ, ທັງເປັນຕະຫຼາດສົ່ງອອກໃຫຍ່ສຸດຂອງຫວຽດນາມ. ໃນຫຼາຍປີຜ່ານມາ, ອາເມລິກາ ຍາມໃດກໍແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີການລົງທຶນໃຫຍ່ຢູ່ຫວຽດນາມ, ດ້ວຍ 1.150 ກວ່າໂຄງການທີ່ພວມເຄື່ອນໄຫວ, ລວມຍອດທຶນຈົດທະບຽນທັງໝົດແມ່ນ 10,4 ກວ່າຕື້ໂດລາສະຫະລັດ, ຢືນອັນດັບ 11/139 ພື້ນຖານເສດຖະກິດທີ່ມີການລົງທຶນຢູ່ຫວຽດນາມ. ບັນດາກຸ່ມບໍລິສັດໃຫຍ່ຂອງອາເມລິກາ ເກືອບທັງໝົດ ໄດ້ມີໜ້າ ແລະລົງທຶນດໍາເນີນທຸລະກິດຢ່າງມີປະສິດທິຜົນຢູ່ຫວຽດນາມ. ຄຽງຂ້າງນັ້ນ, ອາເມລິກາ ພວມຄ່ອຍໆກາຍເປັນແຫຼ່ງສະໜອງຜະລິດຕະພັນເຄື່ອງຈັກ, ອຸປະກອນ, ວິທະຍາສາດ-ເຕັກໂນໂລຊີ, ພະລັງງານໃຫ້ແກ່ຫວຽດນາມ. ສະເພາະຜະລິດຕະພັນກະເສດ, ປັດຈຸບັນ ຫວຽດນາມ ພວມແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບ 9 ຂອງອາເມລິກາ.
    |
 |
ການສົ່ງອອກເຫຼັກມ້ວນຮ້ອນ ຢູ່ບໍລິສັດຫຸ້ນສ່ວນ ກຸ່ມບໍລິສັດໃຫຍ່ ຮວ່າຟາດ. ພາບ: qdnd.vn |
ຄວາມສາມາດບົ່ມຊ້ອນຮ່ວມມືຂອງສອງປະເທດ ຫວຽດນາມ ແລະອາເມລິກາ ແມ່ນຍັງຫຼາຍຢູ່, ໂດຍສະເພາະແມ່ນໃນບັນດາຂົງເຂດວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ຄົ້ນຄວ້າ ແລະພັດທະນາ; ພັດທະນາຂະແໜງອຸດສາຫະກໍາຊິບ, semiconductor, ປັນຍາປະດິດ (AI), ອິນເຕີແນັດສັບ ພະສິ່ງ (IoT); ພະລັງງານໃໝ່, ພະລັງງານທົດແທນ; ການເງິນ, ສູນການເງິນ; ເຕັກໂນໂລຊີຊີວະສາດ, ການແພດ... ຕາມທ່ານ ໂດ໋ຫງອັກຮຶງ ຫົວໜ້າຫ້ອງການຄ້າຫວຽດນາມ ປະຈໍາອາເມລິກາ, ກະຊວງອຸດສາຫະກໍາ ແລະການຄ້າ ແລ້ວ, ຄວາມແຕກຕ່າງກັນກ່ຽວກັບລະດັບພັດທະນາ ກໍຄື ໂຄງປະກອບການຄ້າຕ່າງປະເທດລະຫວ່າງຫວຽດນາມ ແລະອາເມລິກາ ມີລັກສະນະຊ່ວຍຊູກັນ ຫາກບໍ່ແມ່ນປັດໄຈແກ່ງແຍ້ງໂດຍກົງ. ສິນຄ້າຫວຽດນາມ ບໍ່ແກ່ງແຍ້ງໂດຍກົງກັບສິນຄ້າຂອງອາເມລິກາ, ຫາກຊ່ວຍຜູ້ບໍລິໂພກສາມາດເຂົ້າເຖິງສິນຄ້າທີ່ມີຄຸນນະພາບ ແລະລາຄາຖືກ. ຫວຽດນາມ ຫວັງວ່າ ອາເມລິກາ ຈະສືບຕໍ່ສ້າງເງື່ອນໄຂ, ໜູນຊ່ວຍວິສາຫະກິດສອງປະເທດ ເປີດກວ້າງການຮ່ວມມື, ລົງທຶນດໍາເນີນທະລຸກິດທີ່ມີປະສິດທິຜົນ, ພິເສດແມ່ນບັນດາໂຄງການວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ.
ລັດຖະບານຫວຽດນາມ ພວມເປັນເຈົ້າການຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນເສດຖະກິດ, ການຄ້າ, ການລົງທຶນກັບ ອາເມລິກາ ຢ່າງຮອບດ້ານ, ກົມກຽວ ແລະຍືນຍົງ; ສະເໜີຂັ້ນວິຊາການເຕັກນິກສອງປະເທດ ສືບຕໍ່ແລກປ່ຽນ ເພື່ອໃຫ້ ອາເມລິກາ ຮັບຮອງກົດລະບຽບເສດຖະກິດຕະຫຼາດໃຫ້ແກ່ຫວຽດນາມ ໂດຍໄວ; ຖືວ່າ ນີ້ຈະແມ່ນການຕົກລົງທີ່ສໍາຄັນ, ສົມກັບຂອບຂະໜາດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນປັດຈຸບັນລະຫວ່າງສອງປະເທດ. ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ກໍໄດ້ເປັນເຈົ້າການໃນການສ້າງແຜນການສົ່ງອອກໄປຍັງອາເມລິກາ ໃນປີ 2025; ສົມທົບກັບບັນດາຂະແໜງສິນຄ້າ ເພື່ອກະກຽມຮັບມືກັບບັນດາແຜນການທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ເພື່ອສືບຕໍ່ພັດທະນາໃນສະພາບການຄ້າໂລກ ມີການຜັນແປຫຼາຍຢ່າງ, ນອກຈາກຄວາມພະຍາຍາມຈາກລັດຖະບານ ແລະບັນດາຄະນະ, ກະຊວງ, ຂະແໜງການແລ້ວ ແມ່ນຕ້ອງອີງໃສ່ຄວາມສໍາຜັດໄວຂອງບັນດາວິສາຫະກິດ. ຕາມນັ້ນແລ້ວ, ວິສາຫະກິດ ຕ້ອງບຸລິມະສິດແກ່ການຮ່ວມມືແລກປ່ຽນການຄ້າສອງສົ້ນ, ມຸ່ງໄປເຖິງຄວາມກົມກຽວດ້ານຜົນປະໂຫຍດໃນໄລຍະຍາວໃຫ້ແກ່ທັງວິສາຫະກິດສອງປະເທດ.
ໂດຍ: ໄຊຊະນະ