ນະຄອນໂຮ່ຈີມິນ ນຳໜ້າທົ່ວປະເທດກ່ຽວກັບການພັດທະນາພື້ນຖານໂຄງລ່າງດີຈີຕອນ
ນະຄອນໂຮ່ຈີມິນ ສືບຕໍ່ໄດ້ຈັດຢູ່ອັນດັບທີ 1 ກ່ຽວກັບດັດຊະນີການພັດທະນາພື້ນຖານໂຄງລ່າງດ້ວຍລະບົບຄົມມະນາຄົມ, ອິນເຕີເນັດທີ່ທັນສະໄໝ, ການປົກຄຸມໃນວົງກວ້າງ.
    |
 |
ພາບປະກອບ: ttbc-hcm.gov.vn |
ຕາມຕາຕະລາງຈັດອັນດັບດັດຊະນີການຫັນເປັນດີຈີຕອນ (DTI) ໂດຍກະຊວງຖະແຫຼງຂ່າວ ແລະການສື່ສານຫາກໍ່ປະກາດ, ນະຄອນໂຮ່ຈີມິນ ສືບຕໍ່ໄດ້ຈັດຢູ່ອັນດັບທີ 1 ກ່ຽວກັບດັດຊະນີການພັດທະນາພື້ນຖານໂຄງລ່າງດ້ວຍລະບົບຄົມມະນາຄົມ, ອິນເຕີເນັດທີ່ທັນສະໄໝ, ການປົກຄຸມໃນວົງກວ້າງ, ຕອບສະໜອງຄວາມຕ້ອງການໃນການເຊື່ອມຕໍ່, ແລກປ່ຽນຂໍ້ມູນຂອງປະຊາຊົນ ແລະວິສາຫະກິດຢ່າງສຸດຂີດ. ດ້ວຍການຜັນຂະຫຍາຍ IPv6, ກໍ່ສ້າງເຄືອຂ່າຍສາຍກາບແສງ, ການປົກຄຸມສັນຍານມືຖືເຖິງ 100%ໃນບໍລິເວນນະຄອນ, ພ້ອມທັງຊຸກຍູ້ການພັດທະນາອິນເຕີແນັດ 5G ໄດ້ສ້າງສະຖານທີ່ດີຈີຕອນເຊື່ອມຕໍ່, ບໍ່ມີຂໍ້ຈຳກັດ. ນະຄອນໂຮ່ຈີມິນ ໄດ້ພັດທະນາບັນດາພື້ນຖານດີຈີຕອນໃຫຍ່, ຊ່ວຍສ້າງພື້ນຖານຂໍ້ມູນເຊື່ອມຕໍ່, ຄົບຊຸດ ແລະເປັນເອກະພາບ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ