ຫວຽດນາມ ບັນລຸໄດ້ຜົນງານຫຼາຍພໍສົມຄວນໃນວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ
ກປ.ອອນໄລ - ຕອນເຊົ້າວັນທີ 6 ທັນວາ, ສະຖາບັນຍຸດທະສາດ ແລະວິທະຍາສາດກວດກາ (ອົງການກວດກາລັດຖະບານ) ໄດ້ສົມທົບກັບກົມສະກັດກັ້ນ ແລະຕ້ານຢາເສບຕິດ ແລະປະຕິບັດກົດໝາຍສາກົນ (ກະຊວງການຕ່າງປະເທດອາເມລິກາ) ແລະໂຄງການພັດທະນາສະຫະປະຊາຊາດ (UNDP) ຢູ່ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ ດ້ວຍຫົວຂໍ້ “ຕີລາຄາວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ”.
ກ່າວຄຳເຫັນໄຂກອງປະຊຸມສໍາມະນາ, ທ່ານ ປອ ຫງວຽນກວກວັນ, ຫົວໜ້າສະຖາບັນຍຸດທະສາດ ແລະວິທະຍາສາດກວດກາ ເນັ້ນໜັກວ່າ ມາຮອດປະຈຸບັນ, ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ຫຍໍ້ທໍ້ຂອງຫວຽດນາມ ໄດ້ມີບາດກ້າວຫັນປ່ຽນ, ບຸກທະລຸຢ່າງແຮງ. ໃນປີ 2024, ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງບໍ່ພຽງແຕ່ບັນລຸໄດ້ໝາກຜົນທີ່ຕັ້ງໜ້າໃນການຄົ້ນພົບ ແລະແກ້ໄຂສໍ້ລາດບັງຫຼວງເທົ່ານັ້ນ, ຫາກຍັງມີບາດກ້າວຫັນປ່ຽນຢ່າງແຮງໃນການກໍ່ສ້າງ ແລະປັບປຸງລະບອບລະບຽບການ, ປະຕິບັດມາດຕະການສະກັດກັ້ນ ແລະຕ້ານ, ຍູ້ແຮງການເຄື່ອນໄຫວຂອງບັນດາອົງການສະເພາະກິດ. ລັດຖະບານໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍການປະຕິບັດການເຄື່ອນໄຫວຮ່ວມມືສາກົນກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ.
|
|
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ທຸ່ຍລີງ |
ຕີລາຄາກ່ຽວກັບວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ, ທ່ານນາງ Nicole Rague, ພະນັກງານການເມືອງ, ສະຖານທູດອາເມລິກາ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ບັນລຸໄດ້ຜົນງານຫຼາຍພໍສົມຄວນໃນຂົງເຂດນີ້. ຕາມທ່ານນາງ Nicole Rague ແລ້ວ, ອາເມລິກາ ແລະຫວຽດນາມ ພວມຍູ້ແຮງການຮ່ວມມືໃນການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ແນໃສ່ກໍ່ສ້າງສັງຄົມວັດທະນາຖາວອນ ແລະຊື່ກົງບໍລິສຸດ. ສ່ວນທ່ານນາງ Sabina Stein, ຜູ້ຊ່ວຍວຽກຜູ້ຕາງໜ້າປະຈຳ, ຫົວໜ້າຫ້ອງການບໍລິຫານ ແລະເຂົ້າຮ່ວມ, UNDP ຫວຽດນາມ, ຢືນຢັນຄວາມກ້າວໜ້າຂອງຫວຽດນາມ, ພ້ອມທັງສະເໜີຄວນເສີມຂະຫຍາຍກໍາລັງໜຸ່ມໃນການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ.
ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນ ແລະແບ່ງປັນຄວາມຄິດເຫັນກ່ຽວກັບຜົນງານ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ກໍ່ຄືມາດຕະການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ ໃນໄລຍະຈະມາເຖິງ.
ໂດຍ: ເຈິ່ນຮວ່ຽນ