ສະຫາຍ ຫງວຽນຕ໋ວນຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງດັກລັກ ໄດ້ເຂົ້າຮ່ວມ ແລະກ່າວຄຳປາໄສ. ເຂົ້າຮ່ວມພິທີມີຜູ້ຕາງໜ້າພະນັກງານ, ລັດຖະກອນ Viettel ດັກລັກ ຜ່ານໄລຍະທາງ 20 ປີແຫ່ງການສ້າງຕັ້ງ ແລະພັດທະນາ.

leftcenterrightdel
ມອບໃບຍ້ອງຍໍຂອງກຸ່ມບໍລິສັດອຸດສາຫະກຳ ແລະໂທລະຄົມມະນາຄົມກອງທັບໃຫ້ Viettel ດັກລັກ. ພາບ: ບິ່ງດິ້ງ.

ກ່າວຄຳປາໄສພິທີສະເຫຼີມສະຫຼອງ, ທ່ານພັນເອກ ຟານຫວ່າງຫວຽດ, ຮອງຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ໂທລະຄົມມະນາຄົມ Viettel ໄດ້ຊົມເຊີຍ ແລະຍ້ອງຍໍບັນດາຜົນງານທີ່ Viettel ດັກລັກ ບັນລຸໄດ້ໃນ 20 ປີຜ່ານມາ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານພັນເອກ ຟານຫວ່າງຫວຽດ, ຮອງຜູ້ອໍານວຍການໃຫຍ່ບໍລິສັດໃຫຍ່ໂທລະຄົມມະນາຄົມ Viettel ເຊື່ອໝັ້ນວ່າ Viettel ດັກລັກ ຈະສືບຕໍ່ຈັດຕັ້ງຄວາມສາມັກຄີ, ມີຫົວຄິດປະດິດສ້າງ ເພື່ອພັດທະນາບັນດາຜະລິດຕະພັນໃໝ່, ການບໍລິການໃໝ່; ຮັກສາທີ່ຕັ້ງອັນດັບ 1 ກ່ຽວກັບສ່ວນແບ່ງຕະຫຼາດຂອງເບີໂທລະສັບມືຖື ແລະຕັ້ງໂຕະຄວາມຖີ່ກວ້າງຢູ່ແຂວງດັກລັກ; ພ້ອມກັບອຳນາດການປົກຄອງທ້ອງຖິ່ນ, ມານະພະຍາຍາມນຳແອບພລິເຄຊັນເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນທຸກຂົງເຂດຄື: ການສຶກສາ, ສາທາລະນະສຸກ, ກະສິກຳ, ການປະຕິຮູບລະບຽບການບໍລິຫານ, ປະກອບສ່ວນກໍ່ສ້າງອຳນາດການປົກຄອງດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ...

ໃນພິທີສະເຫຼີມສະຫຼອງ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ Viettel ດັກລັກ; ຄະນະກຳມະການປະຊາຊົນແຂວງດັກລັກ ໄດ້ມອບໃບຍ້ອງຍໍໃຫ້  1 ໝູ່ຄະນະ ແລະ 18 ບຸກຄົນ; ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ ໄດ້ມອບໃບຍ້ອງຍໍໃຫ້ແກ່ Viettel ດັກລັກ ແລະມອບໃບຍ້ອງຍໍໃຫ້ 54 ບຸກຄົນຂອງ Viettel ດັກລັກ ຍ້ອນມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການເຕີບໃຫຍ່, ເຂັ້ມແຂງຂອງກົມກອງໃນ 20 ປີແຫ່ງການສ້າງຕັ້ງ.

ໂດຍ: ທູມມີ ໄຊຍະວົງ