leftcenterrightdel
ກຳລັງປະກອບອາວຸດເມືອງຝູຊວຽນ, ນະຄອນຮ່າໂນ້ຍ ຊ່ວຍປະຊາຊົນເກັບກ່ຽວເຂົ້າ. ພາບ: qdnd.vn

OCHA ໃຫ້ຮູ້ວ່າ ທ່ານນາງ Joyce Msuya, ຮັກສາການຜູ້ປະສານງານການບັນເທົາທຸກສຸກເສີນຂອງ ສປຊ, ໄດ້ຫັກເງິນ 2 ລ້ານ ໂດລາສະຫະລັດ ຈາກກອງທຶນຮັບມືສຸກເສີນສູນກາງຂອງ ສປຊ (CERF) ເປັນງົບປະມານເບື້ອງຕົ້ນເພື່ອໜູນຊ່ວຍລັດຖະບານຫວຽດນາມ ຮັບມືກັບຜົນຮ້າຍຢ້ອນຫຼັງຈາກພາຍຸ ຢາກີ.

ບ້ວງເງິນຊ່ວຍເຫຼືອນີ້ຈະສົ່ງເຖິງອົງການອົບພະຍົບສາກົນ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະກອງທຶນເພື່ອເດັກນ້ອຍຂອງສະຫະປະຊາຊາດ (UNICEF) ເພື່ອຕອບສະໜອງຄວາມຕ້ອງການບັນເທົາທຸກໃນທັນທີຢູ່ບັນດາແຂວງຖືກຜົນສະທ້ອນໜັກໜ່ວງທີ່ສຸດແມ່ນແຂວງອຽນບາຍ ແລະລາວກາຍ. ບ້ວງເງິນຊ່ວຍເຫຼືອນີ້ຕົ້ນຕໍແມ່ນສະໜອງບ່ອນລີ້ໄພດ່ວຍ, ນ້ໍາສະອາດ ແລະສຸຂາພິບານໃຫ້ແກ່ຊຸມຊົນຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນ.

ໂດຍ: ຈາງຫງວຽນ