leftcenterrightdel
ນັກຂ່າວອາຊຽນ ເຂົ້າຮ່ວມຊຸດຮຽນ. ພາບ: VTC

ຕອນເຊົ້າວັນທີ  3 ຕຸລາ, ຢູ່ຮ່າໂນ້ຍ ໄດ້ໄຂຊຸດຮຽນ “ຍົກສູງທັກສະໃນວຽກງານການຂ່າວໃຫ້ແກ່ຖັນແຖວນັກຂ່າວບັນດາປະເທດອາຊຽນ”  ກ່ຽວກັບການປົກປ້ອງເດັກນ້ອຍທາງອິນເຕີແນັດ. ນີ້ແມ່ນການເຄື່ອນໄຫວໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງເພື່ອແນໃສ່ປະກອບສ່ວນສະໜອງຂໍ້ມູນທາງການກ່ຽວກັບການກະທົບຈາກອິນເຕີແນັດຕໍ່ເດັກນ້ອຍ; ຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບການປົກປ້ອງເດັກນ້ອຍທາງອິນເຕີແນັດຜ່ານການຍູ້ແຮງການໂຄສະນາຜ່ານພາຫະນະສື່ມວນຊົນແຫ່ງຊາດ.

ກ່າວຄຳເຫັນໄຂຊຸດຮຽນ, ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ເນັ້ນຫນັກວ່າ ອິນເຕີແນັດ ແລະເຕັກໂນໂລຊີ ໄດ້ເຮັດໃຫ້ສະພາບການສວຍໃຊ້ເດັກແມ່ນງ່າຍດ່າຍກວ່າ. ສະນັ້ນເລື່ອງເພີ່ມທະວີຈຳນວນຂໍ້ມູນຂ່າວທີ່ມີຄວາມເຊື່ອໃຈ ແລະໄດ້ອັບເດັດຢ່າງຄົບຖ້ວນທາງດີຈີຕອນຈະສາມາດປະກອບສ່ວນຕັ້ງໜ້າເຂົ້າໃນການປົກປ້ອງເດັກທາງອິດເຕີແນັດ.

ໂຄງການບຳລຸງສ້າງອາຊຽນ ແມ່ນແກ່ຍາວໃນເວລາ 3 ວັນ ໂດຍມີການເຂົ້າຮ່ວມຂອງນັກຂ່າວ 30 ຄົນທີ່ມາຈາກບັນດາປະເທດອາຊຽນ ເພື່ອແນໃສ່ສະໜອງຄວາມຮູ້ທາງອິນເຕີແນັດໃຫ້ແກ່ບັນດານັກຂ່າວອາຊຽນ ກ່ຽວກັບການປົກປ້ອງເດັກທາງອິນເຕີແນັດ, ທັກສະການຜະລິດສານໃນສັງຄົມກ່ຽວກັບການປົກປ້ອງເດັກທາງອິນເຕີແນັດ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ