Carnival ນັກທຸລະກິດໜຸ່ມອາຊຽນ ແມ່ນເຫດການໃຫຍ່ປະຈໍາປີຂອງນັກທຸລະກິດໜຸ່ມອາຊຽນ, ເພື່ອແນໃສ່ເຊື່ອມຕໍ່ນັກທຸລະກິດໜຸ່ມບັນດາປະເທດສະມາຊິກອາຊຽນ ແລະສາກົນ. ປີນີ້, ເຫດການໂດຍນັກທຸລະກິດໜຸ່ມລາວ ດ້ວຍບົດບາດເປັນປະທານສະມາຄົມນັກທຸລະກິດໜຸ່ມອາຊຽນ 2024 ຈັດຕັ້ງ.

leftcenterrightdel
ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ເຂົ້າຮ່ວມ Carnival ນັກທຸລະກິດໜຸ່ມອາຊຽນ 2024 ຢູ່ລາວ. ພາບ: baodautu.vn

ທີ່ວາລະປະຊຸມຕ່າງໆ, ຜູ້ຕາງໜ້າສະມາຄົມນັກທຸລະກິດໜຸ່ມຫວຽດນາມ ແລະບັນດາປະເທດໃນພາກພື້ນໄດ້ພ້ອມກັນປຶກສາຫາລືກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງການພັດທະນາ ແລະເຊື່ອມຕໍ່ລະຫວ່າງບັນດານັກທຸລະກິດໜຸ່ມໃນພາກພື້ນ, ກໍ່ຄືຍຸດທະສາດພັດທະນາຄວາມສາມາດຊີ້ນໍາໃຫ້ນັກທຸລະກິດໜຸ່ມຍິງ.

ທີ່ວາລະປະຊຸມປຶກສາຫາລືລວມດ້ວຍຫົວຂໍ້ “ເຊື່ອມຕໍ່ເພື່ອເພີ່ມທະວີການຟຶ້ນຟູຜ່ານການປະດິດສ້າງ ແລະລົງທຶນຮ່ວມກັນ”, ທ່ານນາງ ເຈິ່ນເຝືອງງອັກຖາວ ຮອງປະທານສະພາບໍລິຫານບໍລິສັດຫຸ້ນສ່ວນເງິນຄຳ, ຫີນປະເສີດ ຝູ໋ຍ້ວນ  ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການກໍ່ສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງບັນດານັກທຸລະກິດໜຸ່ມໃນພາກພື້ນອາຊຽນ, ສຸມໃສ່ເຂົ້າບັນດາມາດຕະການພັດທະນາແບບຍືນຍົງ; ມີໄຫວພິບ, ຮັບມືກັບການຜັນແປ; ແລະກໍ່ສ້າງຍຸດທະສາດຄຽງຄູ່ກັບວັດທະນະທໍາວິສາຫະກິດຢ່າງຈະແຈ້ງ.

ກໍ່ໃນຂອບເຂດລາຍການ, ລາງວັນ Carnival Award 2024 ໄດ້ມອບໃຫ້ນັກທຸລະກິດໜຸ່ມຫວຽດນາມ ແມ່ນທ່ານ ດັ່ງຮວີ່ງແອງຕ໊ວນ ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ ພະລັງງານ TTC  ແມ່ນໜຶ່ງໃນບັນດາວິສາຫະກິດນໍາໜ້າໃນຂົງເຂດໄຟຟ້າແສງຕາເວັນເທິງຫຼັງຄາຢູ່ຫວຽດນາມ.

ດ້ວຍຫົວຂໍ້ “ຊຸກຍູ້ການເຊື່ອມຕໍ່ໃນໝູ່ນັກທຸລະກິດໜຸ່ມອາຊຽນ ເພື່ອອະນາຄົດທີ່ຍືນຍົງ”, Carnival ນັກທຸລະກິດໜຸ່ມອາຊຽນ 2024 ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນຈິດໃຈເຊື່ອມຕໍ່ ແລະການຮ່ວມມືພັດທະນາແບບຍືນຍົງໃນໝູ່ນັກທຸລະກິດໜຸ່ມຢູ່ພາກພື້ນ.

ການເຂົ້າຮ່ວມຂອງສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຢູ່ Carnival ຄັ້ງນີ້ສືບຕໍ່ຢັ້ງຢືນຈິດໃຈເຊື່ອມໂຍງຂອງນັກທຸລະກິດໜຸ່ມຫວຽດນາມ, ຜ່ານນັ້ນສະແດງໃຫ້ເຫັນຖານະບົດບາດຂອງສະມາຄົມນັກທຸລະກິດໜຸ່ມຫວຽດນາມ ໃນປະຊາຄົມນັກທຸລະກິດໜຸ່ມອາຊຽນ, ມຸ່ງເຖິງການກໍ່ສ້າງອາຊຽນ ພັດທະນາແບບຍືນຍົງ ແລະວັດທະນາຖາວອນ.

ໂດຍ: ໄຊນີດາ