ພື້ນຖານເສດຖະກິດຫວຽດນາມ ໄດ້ຟື້ນຟູຢ່າງແຮງໃນ 6 ເດືອນຕົ້ນປີ 2024 ແລະສືບຕໍ່ຮັກສາທ່າເຕີບໂຕ, ໂດຍບໍ່ຫົວຊາຕໍ່ຄວາມຂາດສະຖຽນລະພາບໃນທົ່ວໂລກ. ການເຕີບໂຕເສດຖະກິດຂອງ ຫວຽດນາມ ຍັງຕັ້ງໜ້າຢູ່, ດ້ວຍຍອດຜະລິດຕະພັນພາຍໃນ (GDP) ຄາດວ່າບັນລຸ 6,0% ໃນປີ 2024 ແລະ 6,2% ໃນປີ 2025. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາໃນບົດລາຍງານແງ່ຫວັງການພັດທະນາອາຊີ (ADO) ເດືອນກັນຍາ ໂດຍທະນາຄານພັດທະນາອາຊີ (ADB) ປະຈຳ ຫວຽດນາມ ປະກາດໃນຕອນເຊົ້າວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ.

leftcenterrightdel
ທີ່ການຖະແຫຼງຂ່າວປະກາດບົດລາຍງານ. ພາບ: vov.vn

ຕາມບົດລາຍງານແລ້ວ, ການຟື້ນຟູທີ່ເປັນສະຖຽນລະພາບຂອງພື້ນຖານເສດຖະກິດ ຫວຽດນາມ ທີ່ບັນລຸໄດ້ນັ້ນແມ່ນຍ້ອນການຜະລິດອຸດສາຫະກຳໄດ້ຮັບການປັບປຸງ ແລະ ການຄ້າເພີ່ມຂຶ້ນຢ່າງແຮງ. ທ່ານ ຫງວຽນບາຮຸ່ງ, ຫົວໜ້ານັກຊ່ຽວຊານເສດຖະກິດຂອງ ADB ປະຈຳ ຫວຽດນາມ ຖືວ່າ, ອຸດສາຫະກຳກຳນົດທິດການສົ່ງອອກ ຍັງແມ່ນກຳລັງໜູນເຕີບໂຕຕົ້ນຕໍຂອງເສດຖະກິດຫວຽດນາມ.

ຄາດວ່າ, ອຸດສາຫະກຳຈະບັນລຸການເຕີບໂຕ 7,3% ໃນປີ 2024 ແລະສືບຕໍ່ຢູ່ໃນລະດັບ 7,5% ໃນປີ 2025. ທຶນ FDI ທີ່ຈົດທະບຽນໃນ 8 ເດືອນຕົ້ນປີ 2024 ບັນລຸ 20,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ກໍ່ຕາມນັກຊ່ຽວຊານຂອງ ADB ແລ້ວ, ເສດຖະກິດຫວຽດນາມ ໄດ້ຮັບການຟື້ນຟູກໍ່ຍ້ອນການຟື້ນຟູຂອງບັນດາຂະແໜງການບໍລິການ ແລະປະລິມານກະສິກຳທີ່ມີສະຖຽນລະພາບ. ຄາດວ່າ ການບໍລິການຈະສືບຕໍ່ເພີ່ມຂຶ້ນ 6,6% ຍ້ອນການຟື້ນຟູການທ່ອງທ່ຽວ ແລະບັນດາການບໍລິການທີ່ກ່ຽວຂ້ອງ… ຄາດວ່າ, ໄພເງິນເຟີ້ຈະເພີ່ມຂຶ້ນບໍ່ຫຼາຍຢູ່ລະດັບ 4% ໃນ 2 ປີ 2024 ແລະ 2025.

ໂດຍ: ກວຽດເຕິມ