leftcenterrightdel
ຜູ້ແທນຕັດແຖບຜ້າເປີດສະຫຼອງຮ້ານປຸງແຕ່ງສະບຽງອາຫານຂອງຫວຽດນາມ ຢູ່ງານຕະຫຼາດນັດ WFI 2024. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ WFI 2024, ຫວຽດນາມ ຖືກເລືອກໃຫ້ເປັນໜຶ່ງໃນ 2 ປະເທດຈຸດສຸມ (Focus Country). ນີ້ແມ່ນການຮັບຮູ້ຈາກຝ່າຍອິນເດຍ ຕໍ່ກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ, ພ້ອມທັງຢືນຢັນບົດບາດຂອງຫວຽດນາມ ໃນລະບົບສະໜອງສະບຽງອາຫານທົ່ວໂລກ.

20 ວິສາຫະກິດຫວຽດນາມ ໄດ້ວາງສະແດງຜະລິດຕະພັນກະເສດ, ສະບຽງອາຫານທີ່ໄດ້ປຸງແຕ່ພິເສດ, ຄື: ໝາກໄມ້ສົດ, ໝາກໄມ້ແຫ້ງ, ໝາກຖົ່ວລຽນແຊ່ແຂງ... ຢູ່ສອງຮ້ານຄ້າຂອງປະເທດ. ໃນມື້ເປີດວັນທີ 19 ກັນຍາ, 2 ຮ້ານຂອງຫວຽດນາມ ໄດ້ດຶງດູດຄວາມສົນໃຈ, ໄດ້ຮັບການຕີລາຄາສູງຫຼາຍຈາກບັນດາບໍລິສັດຂອງອິນເດຍ ແລະຂອງປະເທດອື່ນໆ, ກໍ່ຄືດຶງດູດຄວາມສົນໃຈຂອງແຂກທີ່ມາຢ້ຽມຊົມ. ບັນດາຜະລິດຕະພັນ, ຄື: ໝາກລໍາໄຍ, ໝາກມັງກອນ, ກາເຟຂອງຫວຽດນາມ ໄດ້ຮັບຄວາມນິຍົມເປັນພິເສດຢູ່ຕະຫຼາດອິນເດຍ.

ໂດຍ: ໄຊນີດາ