leftcenterrightdel
ພາຍຸ Yagi ໄດ້ພັດຖະຫຼົ່ມນະຄອນ ຫາຍຟ່ອງ ແລະແຂວງກວາງນີງ. ພາບ: VOV

ນັບແຕ່ຕອນເຊົ້າວັນທີ 7 ກັນຍາ, ຢູ່ຫຼາຍທ້ອງຖິ່ນຂອງແຂວງກວາງນິງ ແລະນະຄອນຫາຍຟ່ອງ, ເຊັ່ນ: ເກາະໂກໂຕ, ເວີນດົນ, ແບກລອງວີ, ໂດເຊີນ (ຫາຍຟອງ) ໄດ້ເກີດຝົນຕົກ, ລົມແຮງ, ເຮັດໃຫ້ຕົ້ນໄມ້ຫັກຫຼາຍຕົ້ນ, ປ້າຍໂຄສະນາ, ແລະຫລັງຄາສັງກະສີຂອງເຮືອນຫຼາຍຫຼັງຖືກລົມພັດໄປຕາມຖະໜົນ. ເຮືອບາງລຳຂອງຊາວປະມົງເວີນດົນ (ກວາງນິງ) ຖືກນ້ຳມ້ວຍອອກໄປສູ່ທະເລ.

ຕອນເຊົ້າວັນທີ 7 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ໄປສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ເພື່ອກວດກາສະພາບຕົວຈິງຂອງລົມພາຍຸ Yagi. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກົມອຸຕຸນິຍົມ ແລະອຸທົກກະສາດ ສະໜອງຂໍ້ມູນໂດຍຫຍໍ້, ຖືກຕ້ອງ ແລະວ່ອງໄວເມື່ອພະຍຸພັດເຂົ້າດິນຕໍ່ແຜ່ນ; ໃຫ້ຄໍາແນະນໍາ ແລະຄາດຄະເນກໍລະນີລະອຽດຢູ່ທ້ອງຖິ່ນ, ຈາກນັ້ນ ຈຶ່ງມີແຜນການແກ້ໄຂຢ່າງທັນເວລາ.

ທ່ານຮອງລັດຖະມົນຕີກະຊວງກະສີກຳ ແລະພັດທະນາຊົນນະບົດ ຫງວຽນຮວ່າງຮຽບ ໃຫ້ຮູ້ວ່າ: ບັນດາອ່າງເກັບນ້ຳຢູ່ພາກເໜືອພ້ອມແລ້ວຮັບມືກັບສະພາບນ້ຳຖ້ວມ. ລະບົບຄັນຄູ່ທະເລ ແລະຄັນຄູ່ແຄມແມ່ນ້ຳອາດຈະລົ້ນເມື່ອມີຄື້ນຟອງໃຫຍ່ ຫລື ນ້ຳແກ່ງຖ້ວມ ແລະບັນດາທ້ອງຖິ່ນກໍມີແຜນການຮັບມື. ທ່ານ ຢວ້ານທ້າຍດຶກ, ຫົວໜ້າກົມກູ້ໄພ-ກູ້ຊີບ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ກະຊວງປ້ອງກັນປະເທດໄດ້ຈັດສົ່ງກຳລັງທະຫານເກືອບ 100.000 ຄົນພ້ອມກັບຍານພາຫະນະພິເສດນັບຮ້ອຍຄັນ, ພ້ອມແລ້ວຮັບມືກັບລົມພາຍຸ Yagi ໃນທຸກສະພາບການ.

ໂດຍ: ຄຳສຸກ