ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ພາຍຸລູກທີ 3 ແມ່ນພາຍຸທີ່ພັດແຮງ ແລະໄວທີ່ສຸດໃນ 30 ປີຜ່ານມາ, ເກີດຂຶ້ນໃນບໍລິເວນກວ້າງ ແລະບໍ່ໄປຕາມກົດເກນ. ຕໍ່ໜ້າສະພາບການນັ້ນ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນໄດ້ເປັນເຈົ້າການ, ຕັ້ງໜ້າປ້ອງກັນ, ຕ້ານພາຍຸຢ່າງເດັດຂາດ. ເຖິງຢ່າງໃດກໍ່ຕາມ, ດ້ວຍການຜັນແປຢ່າງສັບສົນ, ພາຍຸລູກທີ 3 ໄດ້ກໍ່ຄວາມເສຍຫາຍຂະໜາດໃຫຍ່ກ່ຽວກັບມະນຸດ, ຊັບສິນ. ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄໍາຢື້ຢາມຖາມຂ່າວ, ແບ່ງປັນຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະບັນດາສະຫາຍການນໍາພັກ, ລັດ ມາຍັງບັນດາຄອບຄົວ, ອົງການຈັດຕັ້ງ, ກອງກົມ, ທ້ອງຖິ່ນທີ່ເສຍຫາຍກ່ຽວກັບຊີວິດ ແລະ ຊັບສິນໂດຍພາຍຸ ລູກທີ 3 ກໍ່ຂຶ້ນ.

ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍຄະນະບັນຊາການປ້ອງກັນ, ຕ້ານພາຍຸຂັ້ນຕ່າງໆ; ຄະນະພັກ, ອໍານາດການປົກຄອງທຸກຂັ້ນ; ກອງທັບ, ຕໍາຫຼວດ ແລະກໍາລັງຕ່າງໆ; ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງພ້ອມກັບທ້ອງຖິ່ນ, ປະຊາຊົນໄດ້ສຸມກຳລັງປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຈາກພາຍຸ ລູກທີ 3. ພິເສດ, ບັນດາອົງການທີ່ກ່ຽວຂ້ອງກັບໄຟຟ້າ, ໂທລະຄົມມະນາຄົມ, ນໍ້າປະປາ, ສາທາລະນະສຸກ... ຕ້ອງປະຕິບັດຢ່າງເຂັ້ມງວດບັນດາໂທລະເລກທາງການຂອງທ່ານນາຍົກລັດຖະມົນຕີ ເພື່ອຮັບປະກັນການສະໜອງດີທີ່ສຸດ ແລະແກ້ໄຂຜົນຮ້າຍເພື່ອຮັບປະກັນຄວາມຕ້ອງການທີ່ຈໍາເປັນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກວດກາວຽກງານແກ້ໄຂຜົນຮ້າຍຈາກພາຍຸ ລູກທີ 3 ຢູ່ແຂວງກວາງນິງ. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິໂດຍໄວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຂະແໜງການ, ທ້ອງຖິ່ນສຸມໃສ່ກວດກາຜູ້ທີ່ເສຍຊີວິດ, ໄດ້ຮັບບາດເຈັບ, ຫາຍສາບສູນເພື່ອກູ້ຊີບ ແລະໜູນຊ່ວຍງານສົບ; ກວດກາຄືນບັນດາຄອບຄົວທີ່ຖືກເສຍຫາຍທາງດ້ານວັດຖຸ ເພື່ອຊ່ວຍເຫຼືອ, ບໍ່ປະໃຫ້ປະຊາຊົນບໍ່ມີອັນຢູ່ອັນກິນ, ບໍ່ມີເຄື່ອງນຸ່ງຂອງຖື, ບໍ່ມີບ່ອນຢູ່ບ່ອນອີງ, ບໍ່ປະໃຫ້ນັກຮຽນບໍ່ມີຫ້ອງຮຽນ, ບໍ່ມີໂຮງຮຽນ, ບໍ່ປະໃຫ້ຄົນເຈັບຜູ້ໃດບໍ່ມີຢຸກຢາເພື່ອປິ່ນປົວ; ສຸມໃສ່ແກ້ໄຂກ່ຽວກັບໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ ແລະບັນດາການບໍລິການທີ່ຈໍາເປັນ ເພື່ອຮັບໃຊ້ການຊີ້ນໍາ, ນໍາພາ, ການຜະລິດ, ການບໍລິໂພກ; ຈັດຕັ້ງການສ້າງສະຖິຕິກ່ຽວກັບຄວາມເສຍຫາຍຢ່າງພາວະວິໄສ, ຊັດເຈນ ເພື່ອໃຫ້ມີວິທີການແກ້ໄຂຢ່າງທັນການ; ສຸມໃສ່ປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຈາກຝົນຕົກ, ນໍ້າຖ້ວມ, ດິນເຊາະເຈື່ອນ, ດິນຫຼຸບຍ້ອນພະຍຸກໍ່ຂຶ້ນ.

ກ່ຽວກັບວຽກງານຜັນຂະຫຍາຍຕໍ່ໄປ, ທ່ານນາຍົກລັດຖະມົນຕີ ຊີ້ນໍາຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ບັນດາຂະແໜງການທີ່ກ່ຽວຂ້ອງຕາມພາລະບົດບາດ, ໜ້າທີ່, ສິດອໍານາດເປັນເຈົ້າການ, ຕັ້ງໜ້າແກ້ໄຂຜົນຮ້າຍຈາກພາຍຸ ລູກທີ 3. ບັນດາກະຊວງ: ອຸດສາຫະກໍາ ແລະການຄ້າ, ຖະແຫຼງຂ່າວ ແລະການສື່ສານ, ຄົມມະນາຄົມ ແລະຂົນສົ່ງ, ກະສິກໍາ ແລະພັດທະນາຊົນນະບົດ, ຊັບພະຍາກອນ ແລະສິ່ງແວດລ້ອມ, ແຮງງານ-ທະຫານເສຍອົງຄະ ແລະສັງຄົມ... ປ້ອງກັນປະເທດ, ຕໍາຫຼວດ, ກໍາລັງກູ້ຊີບ-ກູ້ໄພ ສືບຕໍ່ເວນຍາມ ເພື່ອກູ້ໄພ-ກູ້ຊີບ, ແກ້ໄຂຜົນຮ້າຍຢ່າງທັນການ, ໂດຍສະເພາະແມ່ນຝົນຕົກ, ນໍ້າຖ້ວມພາຍຫຼັງພາຍຸ, ພິເສດແມ່ນດິນເຊາະເຈື່ອນ, ນ້ຳນອງໄຫຼຊຸ, ໄຫຼທັ່ງ, ດິນຫຼຸບ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢ້ຽມຢາມ, ລະດົມກໍາລັງໃຈພະນັງການ, ນັກຮົບຄະນະປິ່ນປົວບຳລຸງເລກ 22 ທີ່ນະຄອນຮະລອງ (ພະແນກການເມືອງທະຫານເຮືອ) ປະຕິບັດໜ້າທີ່ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນບ່າຍວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ພ້ອມດ້ວຍຄະນະປະຕິບັດງານລັດຖະບານ ໄດ້ລົງກວດກາວຽກງານແກ້ໄຂຜົນຮ້າຍຈາກພາຍຸ ລູກທີ 3 ຢູ່ບໍລິເວນແຂວງກວາງນິງ. ກວດກາຕົວຈິງຢູ່ນະຄອນຮະລອງ, ນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍ, ລະດົມກໍາມະກອນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະພະນັກງງານ, ນັກຮົບກອງທັບທີ່ພວມເຮັດອະນາໄມ, ເກັບມ້ຽນຕົ້ນໄມ້ຫັກ, ຕົ້ນໄມ້ລົ້ມທັບທາງ. ໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈຜູ້ທີ່ໄດ້ຮັບເຈັບບາດຍ້ອນພາຍຸ ລູກທີ 3 ກໍ່ຂຶ້ນ, ຢ້ຽມຢາມຜູ້ທີ່ພວມປິ່ນປົວຢູ່ໂຮງໝໍແຂວງກວາງນິງ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ພັກ, ລັດບໍ່ມີເປົ້າໝາຍໃດສູງກວ່າການເບິ່ງແຍງດູແລ ໃຫ້ປະຊາຊົນໄດ້ມີຄວາມຜາສຸກ, ມີຢູ່ມີກິນ, ປອດໄພ;...

ກໍ່ໃນຕອນບ່າຍວັນທີ 8 ກັນຍາ, ທີ່ການປະຊຸມກັບການນໍາຫຼັກແຫຼ່ງແຂວງກວາງນິງ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາແຂວງກວາງນິງ ແລະບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ປະຕິບັດບາງເປົ້າໝາຍຢ່າງໄວເພື່ອເຮັດໃຫ້ການດໍາລົງຊີິວິດ ແລະການເຄື່ອນໄຫວຕ່າງໆຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ. ສຸມໃສ່ປິ່ນປົວຜູ້ທີ່ໄດ້ຮັບບາດເຈັບ, ເກີດອຸບັດຕິເຫດ, ຊອກຫາຜູ້ທີ່ຫາຍສາບສູນ. ຮັບປະກັນຄວາມຮອບຄອບໃຫ້ແກ່ວຽກງານປ້ອງກັນ, ຕ້ານພະຍຸຢູ່ເຂດພາກເໜືອ ແລະຕ້ອງຮັບປະກັນຄວາມປອດໄພໃຫ້ນັກຮຽນໄດ້ໄປຮຽນເປັນປົກກະຕິໂດຍໄວ.

ຕອນຄໍ່າວັນທີ 8 ກັນຍາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະຄະນະປະຕິບັດງານໄດ້ລົງກວດກາວຽກງານແກ້ໄຂຜົນຮ້າຍຈາກພາຍຸລູກທີ 3 ຢູ່ນະຄອນຫາຍຟ່ອງ. ກວດກາເຂດເຮືອນພັກລວມ A7 ທີ່ໄດ້ກໍ່ສ້າງແຕ່ທົດສະວັດ 1960 ຢູ່ຕາແສງ ວ້ານໝີ໊, ເມືອງໂງກ່ວຽນ, ນະຄອນຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍນະຄອນຫາຍຟ່ອງ ກໍ່ຄືປະຊາຊົນທີ່ຢູ່ເຂດເຮືອນພັກລວມ ໄດ້ຍົກຍ້າຍໄປຍັງບ່ອນປອດໄພຢ່າງທັນການ.

ເມື່ອເຮັດວຽກກັບການນໍານະຄອນຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ນະຄອນກວດກາຄືນ, ຜັນຂະຫຍາຍການໜູນຊ່ວຍບັນດາຄອບຄົວທີ່ມີຜູ້ເສຍຊີວິດ, ມີຜູ້ໄດ້ຮັບບາດເຈັບຍ້ອນພາຍຸລູກທີ 3; ກວດກາຄືນ, ສ້າງສະຖິຕິກ່ຽວກັບຄວາມເສຍຫາຍທັງໝົດ ເພື່ອໃຫ້ມີມາດຕະການໜູນຊ່ວຍ, ຈັດຕັ້ງແກ້ໄຂໃຫ້ມີປະສິດທິຜົນ, ຮັບປະກັນອະນາໄມສິ່ງແວດລ້ອມ, ຄວາມປອດໄພສະບຽງອາຫານ; ຕັດມ້ຽນຕົ້ນໄມ້ທີ່ລົ້ມ, ຫັກ ແລະຈັດຕັ້ງການປູກຄືນໃໝ່, ຮັບປະກັນການຄົມມະນາຄົມໃຫ້ລຸລ່ວງ; ແກ້ໄຂສະພາບບໍ່ມີນໍ້າ, ບໍ່ມີໄຟ, ບໍ່ມີສັນຍານອິນເຕີເນັດ; ແກ້ໄຂຄວາມເສຍຫາຍຢູ່ບັນດາຮາກຖານການສຶກສາ, ສຸກສາລາ, ຮັບປະກັນບໍ່ໃຫ້ນັກຮຽນຜູ້ໃດບໍ່ໄດ້ໄປໂຮງຮຽນ, ບໍ່ມີຜູ້ໃດບໍ່ມີບ່ອນກວດ, ປິ່ນປົວພະຍາດ.

ໂດຍ: ໄຊນີດາ