ພາສາຫວຽດ ດັງກ້ອງກັງວານໃນຫ້ອງຮຽນຢູ່ຕ່າງປະເທດ

ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ (ນະຄອນຫຼວງວຽງຈັນ, ລາວ) ໄດ້ຮັບການຄຸ້ມຄອງ ໂດຍສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ, ພາຍໃຕ້ການຊີ້ນໍາໂດຍກົງຈາກສະຖານທູດຫວຽດນາມ ປະຈຳ ລາວ ແລະການຊີ້ນໍາດ້ານວິຊາສະເພາະຂອງກະຊວງສຶກສາທິການ ແລະກິລາລາວ. ປະຈຸບັນ, ໂຮງຮຽນມີນັກຮຽນປະມານ 1.000 ຄົນ, ໃນນັ້ນ 30% ແມ່ນລູກຫຼານຊາວຫວຽດນາມ ແລະມີພະນັກງານ, ຄູສອນປະມານ 60 ຄົນ. ໃນແຕ່ລະມື້, ນອກຈາກຮຽນພາສາລາວ ແລ້ວ, ນັກຮຽນຍັງໄດ້ຮຽນພາສາຫວຽດ ແລະເວົ້າພາສາຫວຽດ ຕື່ມອີກ.

leftcenterrightdel
ພິທີເປີດຊຸດຮຽນພາສາຫວຽດ ທີ່ຮັກແພງໃຫ້ແກ່ລູກຫຼານຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ວັນທີ 18 ສິງຫາ 2024. ພາບ: ເທືອງເລ

ແບ່ງປັນທີ່ກອງປະຊຸມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນທົ່ວໂລກ ຄັ້ງທີ 4 ທີ່ດໍາເນີນຢູ່ຮ່າໂນ້ຍ ເມື່ອບໍ່ດົນມານີ້, ທ່ານນາງ ຫງວຽນທິແທັງເຮືອງ ຫົວໜ້າໂຮງຮຽນ ໃຫ້ຮູ້ວ່າ ນັກຮຽນບໍ່ພຽງແຕ່ຮຽນອ່ານ, ຮຽນຂຽນ ແລະຮຽນເວົ້າພາສາຫວຽດເທົ່ານັ້ນ ຫາກວັດທະນະທຳຫວຽດນາມ, ປະຫວັດສາດຫວຽດນາມ ໃນແຕ່ລະຊົ່ວໂມງຮຽນ ຄູກໍ່ໄດ້ເອົາມາສອນຕື່ມອີກ. ທ່ານນາງ ຫງວຽນທິແທັງເຮືອງ ຖືວ່າ: “ຄູອາຈານ ຍາມໃດກໍ່ຊອກຫາທຸກມາດຕະການ, ສົມທົບລະຫວ່າງປຶ້ມຕຳລາ ແລະຄວາມເປັນຈິງ, ເຮັດແນວໃດເພື່ອໃຫ້ການສອນພາສາຫວຽດ ບັນລຸປະສິດທິຜົນດີທີ່ສຸດ; ເຮັດແນວໃດເພື່ອໃຫ້ນັກຮຽນມີຄວາມຮັກ ແລະເຂົ້າໃຈກ່ຽວກັບວັດທະນະທຳ, ຊາວຫວຽດນາມ ກວ່າອີກ, ຈາກນັ້ນມຸ່ງໄປເຖິງການມີຄວາມຮັບຜິດຊອບໃນການຮັກສາສາຍພົວພັນອັນດີງາມລະຫວ່າງສອງຊາດຫວຽດນາມ-ລາວ”.

ໂຮງຮຽນພາສາຫວຽດ ໄມ້ໄຜ່ ແມ່ນໂຮງຮຽນວົງຄະນະຍາດແຫ່ງທຳອິດ ປະຈໍາ ຍີ່ປຸ່ນ. ທ່ານນາງ ເລເທືອງ, ຮອງປະທານຜູ້ປະຈໍາການສະຫະພັນແມ່ຍິງຫວຽດນາມ ເຂດ Kansai, ຜູ້ກໍ່ຕັ້ງໂຮງຮຽນພາສາຫວຽດ ໄມ້ໄຜ່ ໃຫ້ຮູ້ວ່າ: ນອກຈາກການບຳລຸງສ້າງພາສາຫວຽດ ໃຫ້ເດັກນ້ອຍຊາວຫວຽດນາມ ຢູ່ເຂດ Kansai ໂດຍບໍ່ເສຍຄ່າແລ້ວ, ຄະນະອຳນວຍການໂຮງຮຽນ ຍັງຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ, ເຮັດໃຫ້ເກີດຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ ຜ່ານຮູບພາບໂຮງຮຽນໝູ່ບ້ານທີ່ມີໄມ້ໄຜ່ - ຮູບພາບທີ່ຄຸ້ນເຄີຍຂອງທຸກໆໝູ່ບ້ານຫວຽດນາມ.

ຢູ່ໂຮນລັງ, ຫ້ອງສອນພາສາຫວຽດ ໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພວມເຄື່ອນໄຫວໃນຮູບແບບເປັນສະໂມສອນ. ເພື່ອສອນພາສາຫວຽດ, ວັດທະນະທໍາຫວຽດນາມ ຢ່າງມີແບບມີແຜນ, ເປັນມືອາຊີບກວ່າ, ຄູ ຫງວຽນທິລານເຮືອງ, ກຳມະການຄະນະບໍລິຫານງານເວທີປາໄສແມ່ຍິງຫວຽດນາມ ຢູ່ເອີລົບ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ທ່ານນາງ ເຮືອງ ຈະຍູ້ແຮງ ແລະສ້າງສະໂມສອນໃຫ້ກາຍເປັນສູນສອນພາສາຫວຽດ, ທ່ານນາງ ເຮືອງ ກ່າວວ່າ: “ຜ່ານກອງປະຊຸມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນທົ່ວໂລກ ຄັ້ງທີ 4, ຂ້າພະເຈົ້າ ຫວັງວ່າຈະຊອກແຫຼ່ງຊ່ວຍເຫຼືອຢູ່ພາຍໃນປະເທດໄດ້, ຈາກນັ້ນສ້າງການຮ່ວມສຳພັນ ແລະປະກອບສ່ວນແຜ່ຂະຫຍາຍພາສາຫວຽດຢູ່ໂຮນລັງ. ເມື່ອມີພາສາແລ້ວນັ້ນ, ວັດທະນະທຳກໍ່ຈະແຜ່ຂະຫຍາຍຢ່າງກວ້າງຂວາງກວ່າອີກ”.

ພາລະກຳຮັກສາພາສາຫວຽດ

ເຖິງຢ່າງໃດກໍ່ຕາມ, ການອະນຸລັກ ແລະເສີມຂະຫຍາຍ, ແຜ່ຂະຫຍາຍວັດທະນະທຳຫວຽດນາມ ຢູ່ຫຼາຍປະເທດຍັງປະສົບກັບສິ່ງກີດຂວາງ. ທ່ານນາງ ຫງວຽນຫວຽດຮ່າ, ຜູ້ອຳນວຍການບໍລິຫານອົງການພົບປະແລກປ່ຽນວັດທະນະທຳຫວຽດນາມ-ອົດສະຕາລີ (Vaceo) ຊີ້ແຈ້ງວ່າ: ການຂາດແຫຼ່ງການເງິນ ແລະວິຊາສະເພາະ, ໄລຍະຫ່າງທາງດ້ານພູມສາດ ແລະການກະຈາຍຂອງວົງຄະນະຍາດ, ສະຕິການຮັກສາວັດທະນະທຳໃນວົງການໄວໜຸ່ມຫຼຸດລົງ, ຂາດຮາກຖານວັດຖຸ ແລະພາຫະນະໜູນຊ່ວຍແມ່ນມີຄວາມຫຍຸ້ງຍາກໃນການລະດົມການມີສ່ວນຮ່ວມຂອງບັນດາອົງການຈັດຕັ້ງ ແລະບຸກຄົນ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ເບື້ອງຂວາສຸດ) ເຂົ້າຮ່ວມພິທີເປີດສະຫຼອງ “ຕູ້ປຶ້ມພາສາຫວຽດ” ຢູ່ສູນວັດທະນະທຳຫວຽດນາມ ຢູ່ປາຣີ (ຝລັ່ງ), ວັນທີ 20 ກໍລະກົດ 2024. ພາບ: ກວ໊ກຈູງ

ເພື່ອສືບຕໍ່ປະຕິບັດພາລະກຳຮັກສາ ແລະແຜ່ຂະຫຍາຍພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ, ທ່ານນາງ ຫງວຽນຫວຽດຮ່າ ໄດ້ສະເໜີໃຫ້ລັດຖະບານໜູນຊ່ວຍດ້ານການເງິນເພື່ອຈັດຕັ້ງເຫດການວັດທະນະທຳ, ເປີດຫ້ອງຮຽນພາສາຫວຽດ ກໍ່ຄື ການພັດທະນາຜະລິດຕະພັນວັດທະນະທຳເຊັ່ນ, ປຶ້ມ, ສາລະຄະດີກ່ຽວກັບວັດທະນະທຳຫວຽດນາມ.

ມະຕິເລກທີ 36 NQ/TW ລົງວັນທີ 26 ມີນາ 2004 ຂອງກົມການເມືອງ ກ່ຽວກັບວຽກງານສໍາລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ກຳນົດວ່າ, ໜຶ່ງໃນບັນດາໜ້າທີ່ສຳຄັນຄວນປະຕິບັດແມ່ນຕັ້ງໜ້າລົງທຶນໃສ່ຫຼັກສູດການຮຽນ-ການສອນພາສາຫວຽດ ໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເປັນຕົ້ນແມ່ນສຳລັບລຸ້ນໜຸ່ມ. ຕາມທ່ານນາງ ຟ້າມທິກິມຮວາ, ຫົວໜ້າກົມຖະແຫຼງຂ່າວວັດທະນະທຳ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ແລ້ວ, ໃນຊຸມປີຜ່ານມາ, ຄະນະກຳມະການ ໄດ້ຈັດຕັ້ງບັນດາລາຍການບຳລຸງສ້າງ, ຝຶກອົບຮົມທັກສະການສອນພາສາຫວຽດ ຢູ່ຮ່າໂນ້ຍ ໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ລວມມີຄູອາຈານ, ອາສາສະໝັກກວ່າ 30 ປະເທດ ແລະເຂດແຄວ້ນໃນໂລກ.

ໃນປີ 2024, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ມີການເຄື່ອນໄຫວ, ຄື: ພິທີເຊີດຊູພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຊອກຫາ “ທູດພາສາຫວຽດ ອາໄສຢູ່ຕ່າງປະເທດ”, ເປີດສະຫຼອງ “ຕູ້ປຶ້ມພາສາຫວຽດ”... ແນໃສ່ຮັກສາພາສາຫວຽດ ຢູ່ຕ່າງປະເທດ; ຈາກນັ້ນແຜ່ຂະຫຍາຍວັດທະນະທໍາຫວຽດນາມ ໃຫ້ເພື່ອນມິດສາກົນ.

ໂດຍ: ເຈິ່ນຮວ່ຽນ