ບົດລາຍງານການຄ້າເອເລັກໂຕນິກອາຊີ​ຕາ​​ເວັນ​ອອກ​ສ່ຽງໃຕ້ຂອງອົງການ OpenGov Asia ທີ່ປະກາດຫວ່າງແລ້ວນີ້ໃຫ້ເຫັນວ່າຕະຫຼາດການຄ້າເອເລັກໂຕນິກຂອງຫວຽດນາມ ພັດທະນາຢ່າງວ່ອງໄວຢູ່ອາຊີ​ຕາ​​ເວັນ​ອອກ​ສ່ຽງໃຕ້. ໃນ 4 ປີຜ່ານມາ, ຕະຫຼາດການຄ້າເອເລັກໂຕນິກຫວຽດນາມ ມີລະດັບເຕີບໂຕທີ່ໝັ້ນຄົງ, ບັນລຸລະດັບເຕີບໂຕສະເລ່ຍປະຈໍາປີສູງສຸດໃນທົ່ວໂລກ, ແຕ່ 16-30%.

leftcenterrightdel
ພາບປະກອບຈາກ: baochinhphu.vn.

ໃນຂະນະນັ້ນ, ຕາມການສຳຫຼວດຂອງສະມາຄົມການຄ້າເອເລັກໂຕນິກຫວຽດນາມ, ປະຈຸບັນ, ກວ່າເຄິ່ງໜຶ່ງຈຳນວນວິສາຫະກິດໃນທົ່ວປະເທດໄດ້ຜັນຂະຫຍາຍການຂາຍສິນຄ້າທາງອອນໄລ, 44% ຈຳນວນວິສາຫະກິດທີ່ຖືກຖາມໄດ້ສ້າງເວັບໄຊ, 58% ຈຳນວນວິສາຫະກິດຂາຍສິນຄ້າຜ່ານເຄືອຂ່າຍສັງຄົມ ແລະຫຼາຍກວ່າ 24% ຈຳນວນວິສາຫະກິດໄດ້ເຂົ້າຮ່ວມການຄ້າເອເລັກໂຕນິກ.

ທ່ານ ປອ ຫວໍຈີ໊ແທ່ງ, ນັກຊ່ຽວຊານດ້ານເສດຖະກິດ ຖືວ່າ: “ການພັດທະນາການຄ້າເອເລັກໂຕນິກ ແມ່ນຄວາມສາມາດບົ່ມຊ້ອນ, ແມ່ນກາລະໂອກາດອັນໃຫຍ່ຫຼວງ. ບໍ່ແມ່ນເລື່ອງບັງເອີນ ທີ່ພວກຂ້າພະເຈົ້າຖືການຫັນເປັນດີຈີຕອນ, ຖືການພັດທະນາເສດຖະກິດດີຈີຕອນແມ່ນກາລະໂອກາດທອງເພື່ອໃຫ້ຫວຽດນາມ ເຊິ່ງແມ່ນປະເທດໄປຕາມຫຼັງສາມາດທ່ວງທັນກັບຍຸກສະໄໝ, ກັບປະເທດອື່ນໆ. ການຄ້າເອເລັກໂຕນິກແມ່ນພາກສ່ວນສໍາຄັນທີ່ສຸດຂອງພື້ນຖານເສດຖະກິດດີຈີຕອນ. ນີ້ແມ່ນຂົງເຂດເຊື່ອມຕໍ່ “virtual” ກັບ “ຄວາມເປັນຈິງ” ດີທີ່ສຸດ.

ໂດຍ: ຈາງຫງວຽນ