ຮ່າຢາງ ແມ່ນແຂວງມີເສັ້ນຊາຍແດນຍາວກວ່າ 277 ກິໂລແມັດ, ຕິດກັບສອງແຂວງຂອງຈີນ ແມ່ນຢູນໜານ ແລະຊີຈວາງ. ຮ່າຢາງ ແລະບັນດາແຂວງຂອງຈີນ ໃນຊຸມປີຜ່ານມາ ຍາມໃດກໍ່ຍູ້ແຮງການຮ່ວມມືຮອບດ້ານໃນຫຼາຍຂົງເຂດ. ແຕ່ລະປີ, ໄວໜຸ່ມແຂວງຮ່າຢາງ ກັບໄວໜຸ່ມບັນດາແຂວງຂອງຈີນ ຍາມໃດກໍ່ເອົາໃຈໃສ່ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ, ຮໍ່າຮຽນ. ປີ 2023, ໄວໜຸ່ມແຂວງຮ່າຢາງ ແລະໄວໜຸ່ມແຂວງລາວກາຍ, ດ້ຽນບຽນ, ລາຍເຈົາ ພ້ອມກັບໄວໜຸ່ມແຂວງຢູນໜານ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມຊາຍແດນ ຫວຽດນາມ-ຈີນ ປະສົບຜົນສໍາເລັດ...

leftcenterrightdel
ຜູ້ແທນຊາວໜຸ່ມແຂວງຮ່າຢາງ ແລະຊາວໜຸ່ມ Wenshanzhou ເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບ ປີ 2024. ພາບ: ແມັ້ງເກື່ອງ

ສືບຕໍ່ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ປີ 2024 ຈະມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງລະຫວ່າງໄວໜຸ່ມແຂວງຮ່າຢາງ ກັບໄວໜຸ່ມແຂວງຢູນໜານ ແລະຊີຈວາງ. ໃນຕົ້ນເດືອນສິງຫານີ້, ຄະນະປະຕິບັດງານຂອງຄະນະຊາວໜຸ່ມແຂວງຮ່າຢາງ ພ້ອມດ້ວຍຜູ້ແທນ 50 ຄົນ ນໍາໂດຍສະຫາຍ ຫງວຽນຫາຍເຢືອງ ປະທານສະມາຄົມຊາວໜຸ່ມແຂວງຮ່າຢາງ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຈີນ-ຫວຽດນາມ ປີ 2024 ດ້ວຍຫົວຂໍ້ວ່າ “ດື່ມນ້ຳໃນແມ່ນໍ້າລໍາດຽວ, ໄວໜຸ່ມມຸ່ງໄປເຖິງອະນາຄົດ”. ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງໄວໜຸ່ມແຂວງຮ່າຢາງ ກັບໄວໜຸ່ມ Wenshanzhou, ແຂວງຢູນໜານ ໄດ້ຈັດຕັ້ງດ້ວຍຜົນສຳເລັດຢ່າງຈົບງາມ.

ສະຫາຍ ຫງວຽນຫາຍເຢືອງ ແບ່ງປັນວ່າ ດ້ວຍຈິດໃຈມິດຕະພາບ, ການແບ່ງປັນ ແລະຄວາມສະໜິດຕິດພັນ, ລາຍການພົບປະແລກປ່ຽນລະຫວ່າງໄວໜຸ່ມສອງຝ່າຍ, ໄດ້ດຳເນີນການໂອ້ລົມສົນທະນາດ້ວຍຫົວຂໍ້ “ດື່ມນ້ຳໃນແມ່ນໍ້າລໍາດຽວ, ໄວໜຸ່ມມຸ່ງໄປເຖິງອະນາຄົດ”. ການໂອ້ລົມສົນທະນາສຸມໃສ່ຫົວຂໍ້ວິສາຫະກິດ ແລະຊາວໜຸ່ມເລີ່ມທຸລະກິດ; ການຄ້າເອເລັກໂຕນິກຂ້າມຊາຍແດນ; ການພົບປະແລກປ່ຽນວັດທະນະທຳຊາວໜຸ່ມ; ການແບ່ງປັນບົດຮຽນໃນວຽກງານສາມັກຄີ, ເຕົ້າໂຮມຊາວໜຸ່ມ... ຜູ້ຕາງໜ້າຊາວໜຸ່ມສອງປະເທດຈີນ ແລະຫວຽດນາມ ປະກອບຫຼາຍຄໍາເຫັນທີ່ດີແນໃສ່ຊຸກຍູ້ການເພີ່ມທະວີສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງຝ່າຍ.

leftcenterrightdel
ໄວໜຸ່ມແຂວງຮ່າຢາງ ແລະ Wenshanzhou ໄປຢ້ຽມຢາມຫໍພິພິທະພັນ Wenshanzhou. ພາບ: ແມັ້ງເກື່ອງ

ໃນລະດູຮ້ອນນີ້, ຕາມຄຳເຊີນຂອງຄະນະຊາວໜຸ່ມເຂດປົກຄອງຕົນເອງຊົນເຜົ່າຈວາງ, ກວາງຊີ, ຈີນ, ຄະນະຜູ້ແທນເຍົາວະຊົນແຂວງຮ່າຢາງ ດ້ວຍສະມາຊິກ 13 ຄົນ ນໍາໂດຍສະຫາຍ ຮວ່າງເທ໊ແທັງ, ຮອງເລຂາຄະນະຊາວໜຸ່ມແຂວງ, ປະທານສະພາແຂວງ ໄດ້ເຂົ້າຮ່ວມການພົບປະແລກປ່ຽນເຍົາວະຊົນ ຫວຽດນາມ-ກວາງຊີ, ຈີນ ປີ 2024. ຢູ່ແຂວງກວາງຊີ, ບັນດາຜູ້ແທນເຍົາວະຊົນແຂວງຮ່າຢາງ ໄດ້ພົບປະ, ຢ້ຽມຢາມ, ເຂົ້າຮ່ວມການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ; ຄະນະດັ່ງກ່າວໄດ້ເຂົ້າຮ່ວມງານມະໂຫລານສີລະປະເຍົາວະຊົນ ຫວຽດນາມ-ກວາງຊີ, ຈີນ ດ້ວຍຫົວຂໍ້ວ່າ "ພ້ອມກັນເຕີບໃຫຍ່", ລາຍການໄດ້ສ້າງຄວາມປະທັບໃຈໃຫ້ເຍົາວະຊົນຂອງສອງປະເທດ.

ປະຕິບັດເນື້ອໃນຈິດໃຈທີ່ໄດ້ເຫັນດີເປັນເອກະພາບໃນກອງປະຊຸມລະຫວ່າງທ່ານເລຂາຄະນະພັກແຂວງຮ່າຢາງ, ລາວກາຍ, ລາຍເຈົາ ແລະດ້ຽນບຽນ (ຫວຽດນາມ) ກັບເລຂາຄະນະພັກແຂວງຢູນນານ (ຈີນ) ເຊິ່ງດຳເນີນໃນປີ 2021, 2023 ແລະ 2024; ລະຫວ່າງການນຳແຂວງຮ່າຢາງ ກັບການນຳເຂດປົກຄອງຕົນເອງຊົນເຜົ່າຈວາງ, ກວາງຊີ (ຈີນ), ພ້ອມກັບການເຄື່ອນໄຫວເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືພັດທະນາລະຫວ່າງຄະນະພັກ, ອຳນາດການປົກຄອງແຂວງຮ່າຢາງ, ບັນດາຂະແໜງການ, ທ້ອງຖິ່ນຂອງແຂວງຢູນນານ ແລະຊີຈວາງ, ການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນ, ຮໍ່າຮຽນຂອງໄວໜຸ່ມແຂວງຮ່າຢາງ ກັບໄວໜຸ່ມແຂວງຢູນນານ ແລະກວາງຊີ, ຈີນ ໄດ້ຈັດຕັ້ງບົນຈິດໃຈຖືກຕ້ອງຕາມເນື້ອໃນທີ່ໄດ້ແລກປ່ຽນຂອງໄວໜຸ່ມສອງຝ່າຍ, ຖືກຕ້ອງກັບທັດສະນະ, ແຜນນະໂຍບາຍຂອງພັກ, ລັດສອງຝ່າຍ.

ອາດເວົ້າໄດ້ວ່າ, ການເຄື່ອນໄຫວພົບປະແລກປ່ຽນ, ຮໍ່າຮຽນໄດ້ສ້າງເປັນບົດຮຽນທີ່ມີຄວາມໝາຍຫຼາຍຢ່າງໃຫ້ຜູ້ແທນຊາວໜຸ່ມສອງປະເທດ. ການຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນລະຫວ່າງໄວໜຸ່ມແຂວງຮ່າຢາງ ກັບໄວໜຸ່ມແຂວງຢູນນານ ແລະກວາງຊີ ປະກອບສ່ວນເສີມຂະຫຍາຍຈິດໃຈມິດຕະພາບ, ທີ່ເປັນມູນເຊື້ອອັນດີງາມທີ່ໄດ້ຮັບການເພີ່ມພູນຄູນສ້າງໃນຊຸມປີຜ່ານມາ; ຊ່ວຍໃຫ້ໄວໜຸ່ມສອງປະເທດເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ. ພ້ອມທັງຍົກສູງຄວາມຮັບຮູ້ຂອງໄວໜຸ່ມສອງປະເທດກ່ຽວກັບບົດບາດ ແລະຄວາມຮັບຜິດຊອບໃນການເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ຈີນ, ພ້ອມກັນມຸ່ງໄປເຖິງການພັດທະນາ.

ສະຫາຍ ຫງວຽນຫາຍເຢືອງ ແບ່ງປັນວ່າ ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມແຂວງ ຈະສືບຕໍ່ສົມທົບກັນເພີ່ມທະວີການໂຄສະນາ, ສຶກສາກ່ຽວກັບນໍ້າໃຈມິດຕະພາບ ຫວຽດນາມ-ຈີນ ໃຫ້ປະຊາຊົນທຸກຊັ້ນຄົນສອງຝ່າຍ, ພິເສດແມ່ນລຸ້ນໜຸ່ມ; ຊຸກຍູ້ການຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາ ແລະພົບປະແລກປ່ຽນເຍົາວະຊົນເຂດຊາຍແດນ; ສືບຕໍ່ຄົ້ນຄວ້າເຮັດໃຫ້ຮູບການພົບປະແລກປ່ຽນ, ການຮ່ວມມືທາງອອນລາຍອຸດົມສົມບູນກວ່າ, ຜັນຂະຫຍາຍບັນດາເວທີປາໄສ, ກອງປະຊຸມສຳມະນາ, ຄົ້ນຄວ້າໃນຂົງເຂດພັດທະນາເລີ່ມທຸລະກິດ,  ພັດທະນາຊາວໜຸ່ມ.

ໂດຍ: ເຈິ່ນຮວ່ຽນ