leftcenterrightdel
ແຂກທ່ອງທ່ຽວອິນເດຍ ມາຢ້ຽມຢາມແຂວງ ກວ໋າງນິງ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມບົດຂຽນ, ຫວຽດນາມ ໄດ້ເຮັດໃຫ້ແຂກທ່ອງທ່ຽວມີການລອງຕົວຈິງຫຼາຍຢ່າງ, ຈາກບັນດາຖະໜົນທີ່ຄຶກຄື້ນຂອງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ຄວາມງາມດັ່ງໃນຝັນຂອງນະຄອນ ຍາຈາງ, ຄວາມອ່ອນໂຍນຂອງເມືອງເກົ່າ ເຫວ້ ຕະຫຼອດຮອດຄວາມສະຫງົບງຽບຂອງອ່າວຮະລອງ… ອາຫານການກິນຂາຍແຄມທາງ ທັງແຊບທັງໜ້າກິນ ແລະ ມີລາຄາເປັນກັນເອງ. ບ່ອນພັກອາໄສກໍມີຫຼາຍຮູບຫຼາຍແບບຈາກເຮືອນພັກລາຄາຖືກ ຕະຫຼອດຮອດ ເຮືອນຮັບແຂກລາຄາທຳມະດາ ແລະໂຮງແຮມ, ອັນໄດ້ຊ່ວຍໃຫ້ແຂກທ່ອງທ່ຽວ ສາມາດຊອກຫາສະຖານທີ່ເໝາະສົມກັບງົບປະມານຂອງຕົນໄດ້ຢ່າງງ່າຍດາຍ. ບົດຂຽນ ກໍໄດ້ຢັ້ງຢືນວ່າ ຍານພາຫະນະຈໍລະຈອນຢູ່ ຫວຽດນາມ ກໍຊ່ວຍຫຼຸດຄ່າໃຊ້ຈ່າຍສຳລັບການໄປ - ມາ ໃຫ້ແກ່ນັກທ່ອງທ່ຽວ.

ໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວ 5 ແຫ່ງ ຢູ່ອາຊີຕາເວັນອອກສ່ຽງໃຕ້ ໂດຍແຂກທ່ອງທ່ຽວອິນເດຍ ຄັດເລືອກ ເຊິ່ງ Time of India ໄດ້ເອົາລົງນັ້ນ ຖັດຈາກ ຫວຽດນາມ ແມ່ນ ບັນດາສະຖານທີ່ຂອງ ກຳປູເຈຍ, ລາວ, ມຽນມາ ແລະ ໄທ.

ໂດຍ: ກວຽດເຕິມ