ທີ່ກອງປະຊຸມ, ຜູ້ແທນຂອງ 3 ປະເທດໄດ້ຍົກຂໍ້ສະເໜີກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງຂະແໜງການທ່ອງທ່ຽວຂອງແຂວງຕົນເພື່ອພ້ອມກັນປຶກສາຫາລືແນໃສ່ຊຸກຍູ້ການທ່ອງທ່ຽວລະຫວ່າງ 3 ແຂວງຂອງ 3 ປະເທດ.

leftcenterrightdel
ກອງປະຊຸມສົ່ງເສີມການທ່ອງທ່ຽວລະຫວ່າງ 3 ແຂວງ: ກວາງບິ່ງ (ຫວຽດນາມ), ຄໍາມ່ວນ (ລາວ) ແລະ ນະຄອນພະນົມ (ປະເທດໄທ). ພາບ: ສໍານັກຂ່າວສານຫວຽດນາມ.

ຕາມບັນດາຜູ້ແທນແລ້ວ, ກວາງບິ່ງ, ຄຳມ່ວນ, ນະຄອນພະນົມ ແມ່ນ 3 ແຂວງທີ່ມີຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວ ແລະເຊື່ອມຕໍ່ກ່ຽວກັບການຂົນສົ່ງທີ່ແໜ້ນແຟ້ນ, ແມ່ນເສັ້ນທາງຄົມມະນາຄົມສັ້ນທີ່ສຸດເຊື່ອມຕໍ່ລະຫວ່າງຫວຽດນາມ - ລາວ - ໄທ, ເປີດກາລະໂອກາດຮ່ວມມື, ຊຸກຍູ້ການເຕີບໂຕຕະຫຼາດນັກທ່ອງທ່ຽວສາກົນລະຫວ່າງແຂວງຕ່າງໆ.

ໃນການພົບປະສອງຝ່າຍ ແລະຫຼາຍຝ່າຍ, ບັນດາແຂວງໄດ້ເຫັນດີເປັນເອກະພາບຊຸກຍູ້ ແລະໜູນຊ່ວຍບັນດາທ້ອງຖິ່ນ, ວິສາຫະກິດຂອງແຕ່ລະແຂວງເພີ່ມທະວີການໂຄສະນາ, ແນະນຳ, ສົ່ງເສີມ ແລະສ້າງເງື່ອນໄຂສະດວກທີ່ສຸດໃຫ້ວິສາຫະກິດ, ນັກລົງທຶນກໍ່ສ້າງບັນດາຮາກຖານ, ໂຄງການທ່ອງທ່ຽວ, ການບໍລິການ...

ສິ້ນສຸດກອງປະຊຸມ, ພະແນກທ່ອງທ່ຽວແຂວງກວາງບິ່ງ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງຄໍາມ່ວນ ກັບພະແນກທ່ອງທ່ຽວ - ກິລາ ນະຄອນພະນົມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດ: ການຮ່ວມມືຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວ; ການຮ່ວມມືພັດທະນາຜະລິດຕະພັນການທ່ອງທ່ຽວ; ການຮ່ວມມືໂຄສະນາ, ສົ່ງເສີມການທ່ອງທ່ຽວ; ປະສານສົມທົບ, ໜູນຊ່ວຍ ແລະຊຸກຍູ້ການດຳເນີນທຸລະກິດທ່ອງທ່ຽວຂອງບັນດາແຂວງເພີ່ມທະວີການຮ່ວມມື, ແລກປ່ຽນ.

ໂດຍ: ຈາງຫງວຽນ