ທີ່ການພົບປະ, ທ່ານນາງ ຫງວຽນທິເວິນແອງ ຢືນຢັນວ່າ: ຫວຽດນາມ ຍິນດີຕ້ອນຮັບທ່ານນາງ Lidia Arthur Briton ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມກອງປະຊຸມສາກົນຄັ້ງທີ 8 ເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກ UNESCO ພາກພື້ນ ອາຊີ - ປາຊີຟິກ ໃນລະຫວ່າງວັນທີ 5 - 17 ກັນຍາ ຢູ່ແຂວງກາວບັ່ງ.

leftcenterrightdel
ທ່ານນາງ ຫງວຽນທິເວິນແອງ ເອກອັກຄະລັດຖະທູດ,  ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ UNESCO ພົບປະກັບທ່ານນາງ Lidia Arthur Brito, ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ UNESCO ຮັບຜິດຊອບວິທະຍາສາດທຳມະຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານນາງເອກອັກຄະລັດຖະທູດ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການຮ່ວມມືກັບ UNESCO ໃນຂົງເຂດວິທະຍາສາດທຳມະຊາດ ແລະມະຫາສະໝຸດສາດ, ຂອບໃຈ UNESCO ທີ່ໃຫ້ການສະໜັບສະໜູນ ແລະໃຫ້ຄຳປຶກສາຜ່ານໂຄງການສະພາບແວດລ້ອມ, ອາກາດ, ຄວາມໝັ້ນຄົງແຫຼ່ງນ້ຳ... ທ່ານນາງເອກອັກຄະລັດຖະທູດ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ UNESCO ກ່ຽວກັບຂົງເຂດດັ່ງກ່າວໃນໄລຍະຈະມາເຖິງ, ພ້ອມທັງສະເໜີໃຫ້ UNESCO ສືບຕໍ່ສະໜັບສະໜູນ, ໜູນຊ່ວຍຫວຽດນາມ ໃນການກໍ່ສ້າງເອກະສານໃໝ່ເພື່ອໃຫ້ໄດ້ຮັບຮອງເປັນສວນສາທາລະນະທໍລະນີທົ່ວໂລກ ແລະເຂດສະສົມຊັ້ນບາຍອົດສະແຟໂລກ.

ສ່ວນທ່ານນາງ Lidia Arthur Brito ສະແດງຄວາມປິຕິຊົມຊື່ນທີ່ຈະໄດ້ມາຢ້ຽມຢາມຫວຽດນາມ - ປະເທດທີ່ມີບັນດາໂຄງການຮ່ວມມືກັບ UNESCO ໃນຂົງເຂດວິທະຍາສາດທໍາມະຊາດ ແລະເຂົ້າຮ່ວມກອງປະຊຸມສາກົນຄັ້ງທີ 8 ເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກ UNESCO ພາກພື້ນ ອາຊີ - ປາຊີຟິກ. ທ່ານນາງກໍ່ຕີລາຄາສູງການເຂົ້າຮ່ວມ, ການປະກອບສ່ວນຂອງຫວຽດນາມ ໃນການເຄື່ອນໄຫວຂອງ UNESCO ໃນຂົງເຂດວິທະຍາສາດທຳມະຊາດ. ທ່ານນາງ ຫວັງວ່າຈະຖືໂອກາດນີ້ພົບປະ ແລະເຮັດວຽກກັບການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອແລກປ່ຽນໂຄງການຮ່ວມມືໃນປະຈຸບັນ ກໍ່ຄືຊອກຫາທິດທາງຮ່ວມມືໃໝ່ໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ