ນີ້ກໍ່ແມ່ນຄວາມມຸ່ງມາດປາດຖະໜາໃຫຍ່ທີ່ສຸດຂອງຊາວກະສິກອນໃນການຜະລິດເຂົ້າສານ ແລະກໍ່ແມ່ນເປົ້າໝາຍຂອງແຜນຮ່າງ.

ຊາວກະສິກອນ - ວິສາຫະກິດຮ່ວມແຮງຮ່ວມໃຈ

leftcenterrightdel
ທ່ານ ເຈີ່ນແມ້ງບ໋າວ ປະທານສະພາບໍລິຫານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນກຸ່ມບໍລິສັດThai Binh Seed Group. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອໂຄງການໄດ້ຮັບການເຊັນອະນຸມັດໃນເດືອນ 11/2023, ມີຫຼາຍວິສາຫະກິດນຳໜ້າໃນການຮ່ວມສຳພັນກັບຊາວກະສິກອນ, ຄື: ກຸ່ມບໍລິສັດໂລກເຈ່ີຍ, ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ Thai Binh Seed, ບໍລິສັດຫຸ້ນສ່ວນຝຸ່ນບິ່ງດ່ຽນ, ບໍລິສັດຫຸ້ນສ່ວນກະສິກຳເຕັກໂນໂລຊີສູງເຈືອງອານ,…

ທ່ານ ເຈີ່ນແມ້ງບ໋າວ ປະທານສະພາບໍລິຫານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Thai Binh Seed ໃຫູ້ຮູ້ວ່າ ການປະຕິບັດໂຄງການ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນໃນເຂດທົ່ງພຽງແມ່ນ້ຳຂອງ ແລະບັນດາພາກສ່ວນທີ່ກ່ຽວຂ້ອງປະຕິບັດແຜນຜັງເຂດຜະລິດເຂົ້າຢ່າງຈະແຈ້ງ ແລະເຕົ້າໂຮມ.

ຈາກນັ້ນ, ບັນດາທ້ອງຖິ່ນ ແລະບັນດາວິສາຫະກິດຮ່ວມກັນລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ເຕັກໂນໂລຊີປຸງແຕ່ງ, ເຊື່ອມຕໍ່ບັນດາວິສາຫະກິດສ້າງສາຍຕ່ອງໂສ້ການຮ່ວມສຳພັນ ແລະສ້າງເຄື່ອງໝາຍ. ພຽງແຕ່ຄືແນນັ້ນ, ຈຶ່ງເພີ່ມຄວາມສາມາດຍຶດຄອງຕະຫຼາດ ແລະຂະແໜງເຂົ້າຈະພັດທະນາຫຼາຍກວ່າ.

ພ້ອມກັບກຸ່ມບໍລິສັດ Thai Binh Seed, ປະຈຸບັນຍັງມີຫຼາຍວິສາຫະກິດເຂົ້າຮ່ວມການສົ່ງອອກເຂົ້າທີ່ມີຄຸນນະພາບສູງພ້ອມກັບຊາວກະສິກອນພັດທະນາເຂົ້າທີ່ມີຄຸນນະພາບສູງແບບຍືນຍົງ. ຕາມນັ້ນແລ້ວ, ບໍລິສັດຫຸ້ນສ່ວນກະສິກຳເຕັກໂນໂລຊີສູງຈູງອານ ດ້ວຍປະສົບການ 27 ປີໃນການດຳເນີນທຸລະກິດເຂົ້າກໍ່ໄດ້ນຳໜ້າເຂົ້າຮ່ວມການຮ່ວມສຳພັນໃນການຈຳໜ່າຍພ້ອມກັບຊາວກະສິກອນ.

ທ່ານ ຟ້າມໄທບິງ, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນກະສິກຳເຕັກໂນໂລຊີສູງ ຈູງອານ ຕີລາຄາວ່າ: ໃນ 3 ປີຜ່ານມາ, ລາຄາເຂົ້າສານຂອງຫວຽດນາມ ໄດ້ສູງກວ່າໝູ່ໃນໂລກ, ຫຼາຍປະເທດນຳເຂົ້າເຂົ້າສານພື້ນເມືອງຂອງຫວຽດນາມ ເຊັ່ນ: ຟີລິບປິນ, ຈີນ, ອິນໂດເນເຊຍ... ຍອມຮັບຊື້ເຂົ້າຫວຽດນາມ ດ້ວຍລາຄາສູງ. ສິ່ງເຫຼົ່ານີ້ພິສູດໃຫ້ເຫັນວ່າຄຸນນະພາບຂອງເຂົ້າຫວຽດນາມ ໄດ້ມີການປ່ຽນແປງ ແລະໄດ້ຮັບຮັບບຮູ້ຢ່າງຕັ້ງໜ້າຈາກໂລກ.

ສະນັ້ນ, ຈູງອານ ໄດ້ຜັນຂະຫຍາຍການຮ່ວມສຳພັນກັບຊາວ ກະສິກອນ ແລະ ສະຫະກອນຢູ່ 5 ແຂວງເຂດທົ່ງພຽງແມ່ນ້ຳຂອງຄື: ສອກຈັງ, ເຮົ້າຢາງ, ກຽນຢາງ, ດົ່ງທາບ ແລະນະຄອນເກີນເທີ ດ້ວຍເນື້ອທີ່ກວ່າ 10.000 ເຮັກຕາ.

ໂດຍແມ່ນສະຫະກອນທີ່ມີເນື້ອທີ່ວັດຖຸດິບເກືອບ 770 ເຮັກຕາ, ສະຫະກອນກະສິກຳ ເຕີນດົງ, ຕາແສງ ມີ໊ຟູດົງ, ເມືອງ ທ໋າຍເຊີນ, ແຂວງອານຢາງ ໄດ້ຮ່ວມສຳພັນກັບກຸ່ມບໍລິສັດໂລກເຈີ່ຍ ເພື່ອຜະລິດຕາມມາດຕະຖານຄື: ຮັບປະກັນຄວາມປອດໄພ, ປະຢັດ ແລະຫຼຸດຜ່ອນການປ່ອຍອາຍພິດໃນຫຼາຍປີຜ່ານມາ.

ທ່ານ ເລວັນຈິ້ງ, ຜູ້ອຳນວຍການສະຫະກອນກະເສດເຕີນດົງ ໃຫ້ຮູ້ວ່າ: ເມື່ອມີໂຄງການ, ສະຫະກອນກະສິກຳເຕີນດົງ ປາດຖະໜາຢາກ ເຂົ້າຮ່ວມໂຄງການ, ຍ້ອນວ່າການຮ່ວມສຳພັນມີຢູ່ແລ້ວ. ພ້ອມກັນນັ້ນ, ສະຫະກອນເຕີນດົງ ນຳໃຊ້ວິທີແກ້ໄຂເຕັກໂນໂລຊີທີ່ກ້າວໜ້າ ແລະປະຢັດວັດຖຸໃນການປູກເຂົ້າ.

ເພີ່ມກົນໄກສະດວກໃຫ້ແກ່ເຂົ້າສານ

ຕາມສະຖິຕິຂອງກະຊວງກະສິກຳ ແລະພັດທະນາຊົນນະບົດ, ແຕ່ລະປີເຂດທົ່ງພຽງແມ່ນ້ຳຂອງໄດ້ປ່ອຍເຟືອງຈາກການຜະລິດເຂົ້າຫຼາຍກວ່າ 24 ໂຕນ. ເຖິງຢ່າງໃດກໍ່ຕາມ, ມີພຽງ 30% ຂອງຈໍານວນທັງຫມົດ ນີ້ໄດ້ເກັບໂຮມ ແລະຜະລິດຄືນໃໝ່ຕາມວິທີຮອບວຽນ, 70% ທີ່ຍັງເຫຼືອແມ່ນຖືກເຜົາຫຼືຝັງຢູ່ເຂດທົ່ງນາ, ປະກອບ 25% ອາຍພິດເຮືອນແກ້ວທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.

ຍ້ອນເຫດນັ້ນ, ໂຄງການດັ່ງກ່າວແມ່ນມາດຕະການເພື່ອໃຫ້ການຜະລິດເຂົ້າຂອງຫວຽດນາມ ນຳໃຊ້ສິ່ງເສດເຫຼືອຈາກການຜະລິດເຂົ້າໃຫ້ໝົດ. ກະຊວງກະສິກຳ ແລະພັດທະນາຊົນນະບົດກໍ່ພວມຊີ້ນຳໃຫ້ຂະແໜງເຂົ້າສານຫວຽດນາມ ຫັນເປັນເສດຖະກິດວົງຈອນເທື່ອລະກ້າວ ແລະພັດທະນາແບບຍືນຍົງໃນອະນາຄົດ. ດ້ວຍສິ່ງເສດເຫຼືອອັນໃຫຍ່ຫຼວງຈາກຂະແໜງເຂົ້າສານ, ຫວຽດນາມ ມີກາລະໂອກາດເພື່ອພັດທະນາເສດຖະກິດກະສິກໍາວົງຈອນ. ຄຽງຂ້າງນັ້ນ, ລັດຖະບານຍັງມີຫຼາຍນະໂຍບາຍເພື່ອໜູນຊ່ວຍການປະຕິບັດໂຄງການນີ້ຢ່າງສະດວກ, ເຊັ່ນ: ລົງທຶນກໍ່ສ້າງ ແລະບຸລະນະສ້ອມແປງບັນດາກິດຈະກຳໂຄງລ່າງກະສິກຳ - ຊົນນະບົດ, ໃນນັ້ນ ບຸລິມະສິດແກ່ການລົງທຶນລະບົບຄົມມະນາຄົມ ແລະຊົນລະປະທານໃນເຂດປູກເຂົ້າ. ນອກນັ້ນ, ຊາວກະສິກອນກໍ່ໄດ້ຮັບໜູນຊ່ວຍ 50% ແນວພັນເຂົ້າ ໃໝ່, ຝຸ່ນ, ຄວາມກ້າວໜ້າທາງດ້ານເຕັກນິກ, ເຕັກໂນໂລຊີໃໝ່ໃນການຜະລິດເຂົ້າ, ປັບປຸງຄຸນນະພາບເຂົ້າສານເທື່ອລະກ້າວ, ມຸ່ງໄປເຖິງຮ່ວມສຳຄັນໃນການຜະລິດ ແລະຈຳໜ່າຍຜະລິດຕະພັນ.

ທ່ານລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເລມິງຮວານ ແບ່ງປັນວ່າ, ຄຽງຂ້າງຄວາມມານະພະຍາຍາມຂອງບັນດາອົງການລັດຖະບານເພື່ອຜັນຂະຫຍາຍບັນດານະໂຍບາຍເປີດກວ້າງ, ສ້າງສະພາບແວດລ້ອມທີ່ສະດວກເພື່ອພັດທະນາກະສິກຳສີຂຽວ ແລະຍືນຍົງ, ຫວຽດນາມ ຖືເປັນສຳຄັນການເຂົ້າຮ່ວມ ແລະການຮ່ວມມືຂອງພາກເອກະຊົນ, ການຫນູນຊ່ວຍຈາກຄູ່ຮ່ວມມືສາກົນ, ອົງການຈັດຕັ້ງສາກົນ ແລະພາກພື້ນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ບັນດາອົງການຄົ້ນຄວ້າ ແລະຜູ້ຊ່ຽວຊານພາຍໃນ ແລະຕ່າງປະເທດ.

ທ່ານ ເລດຶກທິ້ງ, ຫົວໜ້າກົມເສດຖະກິດ ແລະພັດທະນາຊົນນະບົດ ໃຫ້ຮູ້ວ່າ: ໃນໄລຍະ 2024 – 2025, ໂຄງການຈະສຳເລັດການຝຶກອົບຮົມໃຫ້ປະຊາຊົນເກືອບ 208.000 ຄົນ. ໃນໄລຍະ 2026 – 2030, ໂຄງການຈະສືບຕໍ່ດຳເນີນການຝຶກອົບຮົມໃຫ້ 812.000 ກວ່າຄົນ.

ກະຊວງກະສິກຳ ແລະພັດທະນາຊົນນະບົດຄາດຄະເນວ່າ ຍອດຈຳນວນທຶນເພື່ອປະຕິບັດໂຄງການແມ່ນປະມານ 800 ລ້ານໂດລາສະຫະລັດ ຈາກແຫຼ່ງທຶນຕ່າງໆ: ງົບປະມານ; ສິນເຊື່ອ, ແຫຼ່ງຈາກສັງຄົມ; ແຫຼ່ງທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມເພື່ອໜູນຊ່ວຍການພັດທະນາ ຢ່າງເປັນທາງການ ແລະແຫຼ່ງທຶນອື່ນໆ, ໃນນັ້ນແຫຼ່ງທຶນຕົ້ນຕໍແມ່ນມາຈາກການຊ່ວຍເຫຼືອລ້າ, ທຶນກູ້ຢືມ, ທຶນສິນເຊື່ອ ແລະລາຍຮັບຈາກໃບຢັ້ງຢືນຄາບອນ.

ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະພັດທະນາຊົນນະບົດ ເຈີ່ນແທ່ງນາມ ໃຫ້ຮູ້ວ່າ: ທະນາຄານໂລກ (WB) ຈະໃຫ້ຫວຽດນາມ ກູ້ຢືມເງິນ 500 ລ້ານໂດລາສະຫະລັດເພື່ອໜູນຊ່ວຍຊາວກະສິກອນຜະລິດ “ເຂົ້າທີ່ມີຄຸນນະພາບສູງ, ປ່ອຍອາຍພິດຕໍ່າ 1 ລ້ານເຮັກຕາ”.

ໂດຍ: ໄຊນີດາ