leftcenterrightdel
ພາບປະກອບຈາກ: vov.vn

ໃນບົດລາຍງານການຄາດຄະເນການເຕີບໂຕເສດຖະກິດໃນໄຕມາດທີ 2 ທີ່ປະກາດໃນວັນທີ 10 ມິຖຸນາ, ທະນາຄານ UOB (ສິງກະໂປ) ໄດ້ຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 2 ຈະເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະຄາດວ່າຈະເພີ່ມຂຶ້ນ 6% ໃນປີ 2024. ຕາມບົດລາຍງານແລ້ວ, ຫວຽດນາມ ບັນລຸລະດັບເຕີບໂຕກວ່າ 5.6% ໃນໄຕມາດທີ 1 ຜ່ານມາ, ຍ້ອນການຟື້ນຟູທັງໃນຂົງເຂດຜະລິດ ແລະການບໍລິການ, ກໍຄືລະດັບຄວາມໄວໃນການເຄື່ອນໄຫວດ້ານການຄ້າກັບພາຍນອກ. ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ກໍ່ມີຄວາມປະເອີບໃຈພໍສົນຄວນເຊິ່ງຊີ້ໃຫ້ເຫັນວ່າ, ບັນດານັກລົງທຶນທີ່ລົງທຶນ ສືບຕໍ່ເຊື່ອໝັ້ນສະພາບການເມືອງ ແລະຄວາມສາມາດແກ່ງແຍ້ງຂອງ ຫວຽດນາມ.

ໃນຂະນະນັ້ນ, ວັນທີ 10 ມິຖຸນາ, ຢູ່ ມາເລເຊຍ, ບໍລິສັດ Maybank Research Pte Ltd ກໍ່ປະກາດການຄາດຄະເນ ຍອດຜະລິດຕະພັນພາຍໃນ (GDP) ຂອງ ຫວຽດນາມ ຈະບັນລຸລະດັບເຕີບໂຕທີ່ດີໃນປີ 2024 ແລະ 2025.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ