ທ້າຍເດືອນມີນາ 2024, ຄ້າຍທະຫານຊາຍແດນ Ia Nan (ຂຶ້ນກັບທະຫານຊາຍແດນແຂວງຢາລາຍ) ໄດ້ເປີດ “ຮ້ານຄ້າ 0 ດົ່ງ” ເພື່ອຮັບໃຊ້ປະຊາຊົນຢູ່ບັນດາຕາແສງເຂດຊາຍແດນເມືອງ ດຶກເກີ, ແຂວງ ຢາລາຍ, ຊາວເຜົ່າຢາຣາຍ ຢູ່ອ້ອມແອ້ມເຂດໄດ້ແວະມາຮ້ານຄ້າເປັນປະຈໍາ ເພື່ອປັບປຸງຄາບອາຫານໃນແຕ່ລະວັນ.  ສິນຄ້າທຸກປະເພດໄດ້ພະນັກງານຄ້າຍທະຫານຊາຍແດນ Ia Nan  ລ້ວນແຕ່ລະດົມ, ທ້ອນໂຮມມາຈາກຫຼາຍແຫຼ່ງ. ສິ່ງທີ່ມີຄ່າແມ່ນ, ສິນຄ້າທຸກຢ່າງລ້ວນແຕ່ມີລາຄາ 0 ດົ່ງ.

leftcenterrightdel
ທະຫານຊາຍແດນແຂວງ ຮ່າຕິ້ງ ຊ່ວຍປະຊາຊົນຢູ່ຕາແສງ ເຮືອງລຽນ (ເຮືອງເຄ, ຮ່າຕິ້ງ) ເກັບກ່ຽວເຂົ້າ. ພາບ: ເທ໊ແມ້ງ

ຂ້າງເທິງນີ້ແມ່ນໜຶ່ງໃນຫຼາຍຮູບແບບ, ວິທີເຮັດທີ່ມີຫົວຄິດປະດິດສ້າງ, ໂດຍທະຫານຊາຍແດນໄດ້ຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ, ດ້ວຍຄວາມຮັກແພງ, ຄວາມຮັບຜິດຊອບຕໍ່ພໍ່ແມ່ປະຊາຊົນຮ່ວມຊາດ, ເພື່ອນມິດສະຫາຍຢູ່ເຂດຊາຍແດນ ແລະທະເລໝູ່ເກາະໃນ 3 ປີຜ່ານມາ. ຫຼາຍຮູບແບບໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ຄົບຊຸດໃນທົ່ວກຳລັງທະຫານຊາຍແດນ, ນຳມາເຊິ່ງປະສິດທິຜົນອັນໃຫຍ່ຫຼວງຢູ່ເຂດຊາຍແດນ. ພົ້ນເດັ່ນຄື, ໂຄງການ “ງົວພັນຊ່ວຍຄົນທຸກຍາກຢູ່ເຂດຊາຍແດນ”, ດ້ວຍຫຼາຍຮູບການປຸກລະດົມ, ທະຫານຊາຍແດນໄດ້ມອບງົວພັນ 30.000 ໂຕດ້ວຍຍອດມູນຄ່າກວ່າ 400 ຕື້ດົ່ງໃຫ້ປະຊາຊົນທຸກຍາກຢູ່ເຂດຊາຍແດນໃນທົ່ວປະເທດ. ຫຼືໂຄງການ “ເຮືອນອົບອຸ່ນໃຫ້ແກ່ຄົນທຸກຍາກຢູ່ເຂດຊາຍແດນ ແລະທະເລ ໝູ່ເກາະ” ໄດ້ມອບ “ເຮືອນອົບອຸ່ນເຂດຊາຍແດນ” ເກືອບ 7.000 ຫຼັງໃຫ້ບັນດາຄອບຄົວທຸກຍາກ ແລະກິດຈະກໍາສ້າງຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈ 300 ແຫ່ງໃຫ້ບັນດາຕາແສງຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍຍອດມູນຄ່າ ກວ່າ 300 ຕື້ດົ່ງ... ບັນດາຮູບແບບ ແລະວິທີເຮັດດັ່ງກ່າວ ແມ່ນການຫັນການຮໍ່າຮຽນ ແລະປະຕິບັດຕາມລຸງໂຮ່ໃຫ້ເປັນອັນລະອຽດ, ເສີມຂະຫຍາຍຄຸນທາດຂອງທະຫານລຸງໂຮ່ໃນຍຸກສະໄໝໃໝ່.

ຮໍ່າຮຽນ, ປະຕິບັດຕາມແບບຢ່າງຂອງລຸງໂຮ່ ແລະເສີມຂະຫຍາຍຄຸນທາດຂອງທະຫານລຸງໂຮ່ ໃນຍຸກສະໄໝໃໝ່, ໃນທຸກຂົງເຂດວຽກງານ, ພະນັກງານ, ນັກຮົບທະຫານຊາຍແດນຍາມໃດກໍ່ຍົກສູງສະຕິຄວາມຮັບຜິດຊອບ, ໂດຍສະເພາະແມ່ນໃນການຝຶກແອບ, ກຽມພ້ອມສູ້ຮົບ, ກູ້ຊີບ-ກູ້ໄພ,... ໃນໄລຍະ 2021-2024, ບັນດາກົມກອງທະຫານຊາຍແດນໄດ້ລະດົມກໍາລັງພະນັກງານ, ນັກຮົບຫຼາຍກວ່າ 39.000 ເທື່ອຄົນ ກັບພາຫະນະທຸກປະເພດ 3.400 ກວ່າຄັນ ເຂົ້າຮ່ວມການຊ່ວຍເຫຼືອ, ຄົ້ນຫາ ແລະກູ້ໄພ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ 715 ກໍລະນີ/752 ຄົນ, ມອດໄຟໄໝ້ປ່າໄດ້ 202 ເຮັກຕາ; ໄດ້ໜູນຊ່ວຍປະຊາຊົນນັບຮ້ອຍເທື່ອຄົນໄປສະຖານທີ່ປອດໄພ;...

ພິເສດແມ່ນໃນສະໜາມຮົບຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກຳ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ນັບແຕ່ເດືອນມັງກອນ 2021 ຮອດເດືອນມີນາ 2024, ບັນດາກົມກອງທະຫານຊາຍແດນໄດ້ສົມທົບກັນຕໍ່ສູ້ຕ້ານອາດຊະຍາກໍາທຸກປະເພດໄດ້ 367 ກໍລະນີ, ຜັນຂະຫຍາຍຫຼາຍຮ້ອຍແຜນການດ້ານວິຊາການ ແລະຈຸດເວລາບຸກໂຈມຕີອາດຊະຍາກຳຢູ່ໃນລະດັບສູງສຸດ...

ໂດຍປະຕິບັດຕາມພາລະບົດບາດ, ໜ້າທີ່ທີ່ໄດ້ຮັບການມອບໝາຍ, ທະຫານຊາຍແດນໄດ້ມີໜ້າຢູ່ບໍລິເວນຈຸດສຸມເປັນປະຈໍາ, ຕັ້ງໜ້າໜູນຊ່ວຍປະຊາຊົນຢູ່ເຂດຊາຍແດນພັດທະນາເສດຖະກິດ - ສັງຄົມ, ເຂົ້າຮ່ວມປັບປຸງລະບົບຮາກຖານການເມືອງ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ຮັກແພງຈາກພໍ່ແມ່ປະຊາຊົນ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຮັບຮູ້ ແລະຕີລາຄາສູງ. ນີ້ແມ່ນຂົວເຊື່ອມຕໍ່ທີ່ສຳຄັນເພື່ອໃຫ້ທະຫານຊາຍແດນຍົກສູງປະສິດທິຜົນວຽກງານການເປັນເສນາທິການ, ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນເພື່ອກໍ່ສ້າງ ແລະປັບປຸງລະບົບການເມືອງຢູ່ເຂດຊາຍແດນ. ມີຫຼາຍຄົນໄດ້ກາຍເປັນແບບຢ່າງທີ່ໃສແຈ້ງໃນຄວາມສຸດອົກສຸດໃຈ, ສະຕິທຸ່ມເທທັງກາຍ ແລະໃຈບຸກລຸຍໃສ່ໜ້າທີ່ວຽກງານທີ່ຫຍຸ້ງຍາກ, ບ່ອນທີ່ຫຍຸ້ງຍາກລໍາບາກ...

ທ່ານພົນຈັດຕະວາ ເຈິ່ນວັນບຶ່ງ, ຫົວໜ້າກົມການເມືອງທະຫານຊາຍແດນ ຢືນຢັນວ່າ: ຈັດຕັ້ງການຮ່ຳຮຽນ, ຊາບຊຶມ ແລະຜັນຂະຫຍາຍບົດສະຫຼຸບ ສະບັບເລກທີ 01-KL/TW ລົງວັນທີ 18 ພຶດສະພາ 2021 ຂອງກົມການເມືອງ ແລະມະຕິເລກທີ 847 ຂອງຄະນະພັກການທະຫານສູນກາງ ຍາມໃດຄະນະພັກ, ຜູ້ບັນຊາການທຸກຂັ້ນໃນທະຫານຊາຍແດນ ກໍ່ໄດ້ຖືເປັນເນື້ອໃນສໍາຄັນ, ໄດ້ຫັນເປັນລະອຽດໃນມະຕິ, ແຜນການ ແລະລາຍການເພື່ອຊີ້ນໍາ, ນຳພາຜັນຂະຫຍາຍປະຕິບັດ. ຈາກສະພາບການຕົວຈິງ, ຄະນະພັກທະຫານຊາຍແດນ ແລະຄະນະພັກທຸກຂັ້ນໄດ້ວາງຂອດບຸກທະລຸຂອງໃນອາຍຸການ, ແຕ່ລະປີຕິດພັນກັບການປະຕິບັດບົດສະຫຼຸບສະບັບເລກທີ 01 ແລະ ມະຕິເລກທີ 847, ມະຕິ, ບົດສະຫຼຸບສະບັບຕ່າງໆ ຂອງສູນກາງກ່ຽວກັບການກໍ່ສ້າງ, ປັບປຸງພັກ ແລະບັນລຸໄດ້ຫຼາຍໝາກຜົນແທດຈິງ. ພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນຄະນະພັກ, ຜູ້ບັນຊາການທຸກຂັ້ນ, ຍາມໃດກໍ່ປະຕິບັດຕາມທິດນຳທີ່ວ່າ “ຂັ້ນເທິງເປັນແບບຢ່າງທີ່ດີ, ຂັ້ນລຸ່ມຕັ້ງໜ້າປະຕິບັດຕາມ” ຢ່າງເຂັ້ມງວດ; ເປັນແບບຢ່າງໃນການບຳເພັນ, ຝຶກຝົນຫຼໍ່ຫຼອມ, ເປັນແບບຢ່າງໃຫ້ຂັ້ນລຸ່ມ ແລະມະຫາຊົນໃນທຸກດ້ານ.

ບັນດາໝາກຜົນດັ່ງກ່າວແມ່ນພະຍານຫຼັກຖານທີ່ຈະແຈ້ງ, ຢືນຢັນການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງໂຮ່ຈີມິນ ຕິດພັນກັບການປະຕິບັດມະຕິ ເລກທີ 847 ໄດ້ກາຍເປັນວຽກເຮັດປົກກະຕິ, ເປັນແບບແຜນຢູ່ຕາມອົງການ, ກົມກອງ, ພະນັກງານ, ສະມາຊິກພັກ, ນັກຮົບທະຫານຊາຍແດນ.

ໂດຍ: ທະນາພອນ