ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງຢູ່ຫວຽດນາມ, ວັນທີ 22 ພຶດສະພາ, Amazon Global Selling ໄດ້ປະກາດທ່າອ່ຽງການຄ້າເອເລັກໂຕນິກຂ້າມຊາຍແດນທີ່ພົ້ນເດັ່ນ, ສ້າງພື້ນຖານເສດຖະກິດສົ່ງອອກອອນລາຍຂອງຫວຽດນາມ; ພ້ອມທັງດຳເນີນໄລຍະທີ 2 ຂອງໂຄງການຮ່ວມມືກັບກົມການຄ້າເອເລັກໂຕນິກ ແລະເສດຖະກິດດີຈີຕອນ (iDEA) - ກະຊວງອຸດສາຫະກຳ ແລະການຄ້າດ້ວຍຫົວຂໍ້ວ່າ "ການຄ້າເອເລັກໂຕນິກຂ້າມຊາຍແດນ: ສັກກະຫຼາດບຸກທະລຸ" ຢ່າງເປັນທາງການ.

ໃນຂອບເຂດການຮ່ວມມືເປີດກວ້າງຄັ້ງນີ້, Amazon Global Selling ແລະກົມການຄ້າເອເລັກໂຕນິກ ແລະເສດຖະກິດດີຈີຕອນ (iDEA) ໄດ້ແນະນຳຂໍ້ລິເລີ່ມ “ເຊື່ອມຕໍ່ຂະແໜງອາຊີບ - ເຕີບໂຕດ້ວຍການຄ້າເອເລັກໂຕນິກຂ້າມຊາຍແດນ” ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ເປີດກວ້າງການມີໜ້າ ແລະປະສົບຜົນສຳເລັດເມື່ອນຳເຄື່ອງໝາຍການຄ້າ ແລະຜະລິດຕະພັນ “Made-in-Vietnam” ອອກສູ່ໂລກ.

leftcenterrightdel
ກອງປະຊຸມການຄ້າເອເລັກໂຕນິກຂ້າມຊາຍແດນຈັດຕັ້ງຢູ່ຮ່າໂນ້ຍ ໃນຕອນເຊົ້າວັນທີ 22 ພຶດສະພາ. ພາບ: baotintuc.vn

ທ່ານ Gijae Seong, ຜູ້ອໍານວຍການບໍລິຫານ Amazon Global Selling ຫວຽດນາມ ແບ່ງປັນວ່າ: “ໃນ 5 ປີແຫ່ງການເຄື່ອນໄຫວຢູ່ຫວຽດນາມ, Amazon Global Selling ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອ ຮ່ວມເດີນທາງ, ປັບປຸງກໍາລັງແຮງເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ປະສົບຜົນສໍາເລັດໃນທົ່ວໂລກ. ພວກຂ້າພະເຈົ້າຮ່ວມມືແນະນຳບັນດາຜະລິດຕະພັນ Made-in-Vietnam ອອກສູ່ສາກົນ, ຕັ້ງໜ້າຊຸກຍູ້ເສດຖະກິດພາຍໃນປະເທດພັດທະນາດ້ວຍການຄ້າເອເລັກໂຕນິກຂ້າມຊາຍແດນ. ຄວາມສາມາດບົ່ງຊ້ອນໃນການສົ່ງອອກຂອງຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ. ພວກຂ້າພະເຈົ້າວາງຄາດໝາຍເພີ່ມທະວີການຮ່ວມມືກັບບັນດາອົງການລັດຖະບານເພື່ອໜູນຊ່ວຍວິສາຫະກິດພາຍໃນປະເທດກໍາແໜ້ນກາລະໂອກາດໃນທົ່ວໂລກ”.

5 ທ່າອ່ຽງທີ່ພົ້ນເດັ່ນທີ່ສ້າງອະນາຄົດຂອງການສົ່ງອອກເອເລັກໂຕນິກຂອງຫວຽດນາມ

ໂດຍແມ່ນຫົວໜ່ວຍນຳໜ້າດ້ວຍ 5 ປີສ້າງພື້ນຖານ ແລະຊຸກຍູ້ການຄ້າເອເລັກໂຕນິກຂ້າມຊາຍແດນຢູ່ຫວຽດນາມ, Amazon Global Selling ໄດ້ຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມສາມາດຜະລິດ, ວິວັດການຫັນເປັນດີຈີຕອນ ແລະຈິດໃຈເລີ່ມທຸລະກິດຢ່າງຂະຫຍັນຂັນເຄື່ອນຂອງບັນດາວິສາຫະກິດ.

ພາຍຫຼັງ 5 ປີດ້ວຍການຫັນປ່ຽນຫຼາຍຢ່າງ, Amazon Global Selling ໄດ້ສັງລວມ ແລະປະກາດ 5 ທ່າອ່ຽງພັດທະນາທີ່ສຳຄັນ, ສ້າງພື້ນຖານໃຫ້ຂະແໜງສົ່ງອອກຜ່ານການຄ້າເອເລັກໂຕນິກ, ເປີດກາລະໂອກາດເຕີບໂຕແບບຍືນຍົງໃຫ້ແກ່ບັນດາວິສາຫະກິດຫວຽດນາມ ດັ່ງລຸ່ມນີ້.

leftcenterrightdel
ທ່ານ Gijae Seong, ຜູ້ອໍານວຍການບໍລິຫານ Amazon Global Selling ຫວຽດນາມໄດ້ແບ່ງປັນ 5 ທ່າອ່ຽງພັດທະນາທີ່ສຳຄັນຂອງການສົ່ງອອກການຄ້າເອເລັກໂຕນິກຫວຽດນາມ. ພາບ: baotintuc.vn

ທ່າອ່ຽງທີ 1 - ເລັ່ງຄວາມໄວໃນການເປີດກວ້າງການດຳເນີນທຸລະກິດໃນທົ່ວໂລກ: ບັນດາວິສາຫະກິດຫວຽດນາມ ນັບມື້ນັບເປີດກວ້າງຂອບເຂດດຳເນີນທຸລະກິດສາກົນດ້ວຍຈຳນວນຜະລິດຕະພັນທີ່ຂາຍທາງ Amazon ເພີ່ມຂຶ້ນ 300% ໃນ 5 ປີຜ່ານມາ.

ທ່າອ່ຽງທີ 2 – ຄວາມສາມາດສົ່ງອອກຜ່ານການຄ້າເອເລັກໂຕນິກຂອງຫວຽດນາມ ນັບມື້ນັບເພີ່ມຂຶ້ນ. ການຄ້າເອເລັກໂຕນິກຂ້າມຊາຍແດນຢູ່ຫວຽດນາມ ພວມເຕີບໂຕທີ່ໜ້າປະທັບໃຈດ້ວຍຜົນສຳເລັດຂອງບັນດາວິສາຫະກິດຫວຽດນາມ. ລະອຽດ, ຈຳນວນວິສາຫະກິດຫວຽດນາມ ບັນລຸລາຍຮັບ 1 ລ້ານໂດລາສະຫະລັດ/ປີ ຢູ່ Amazon ໄດ້ເພີ່ມຂຶ້ນທົບ 10 ເທົ່າພາຍໃນ 5 ປີ.

ທ່າອ່ຽງທີ 3 - ເພີ່ມທະວີການສ້າງເຄື່ອງໝາຍການຄ້າ: ໃນ 5 ປີ, ຈຳນວນຄູ່ຮ່ວມມືຂາຍສິນຄ້າຫວຽດນາມ ເຂົ້າຮ່ວມໂຄງການຈົດທະບຽນເຄື່ອງໝາຍການຄ້າ Amazon ເພີ່ມຂຶ້ນ 35 ເທົ່າ. ການລົງທຶນສ້າງເຄື່ອງໝາຍການຄ້າຢ່າງແຮງນັ້ນແມ່ນບາດກ້າວຍຸດທະສາດ, ປະກອບສ່ວນເພີ່ມທະວີຄວາມຈົ່ງຮັກພັກດີຂອງລູກຄ້າ, ເພີ່ມອັດຕາຊື້ສິນຄ້າຊໍ້າຄືນ ແລະການກໍານົດລາຄາ.

ທ່າອ່ຽງທີ 4 - ຕັດຮອນວິວັດການເປີດກວ້າງ ແລະເຄື່ອນໄຫວດໍາເນີນທຸລະກິດທົ່ວໂລກ. ເຂົ້າໃຈຄວາມສໍາຄັນຂອງ logistics ໃນການເຕີບໂຕຂອງທົ່ວໂລກ, ບັນດາວິສາຫະກິດຫວຽດນາມ ນັບມື້ນັບນໍາໃຊ້ເຄື່ອງມືໜູນຊ່ວຍຜູ້ຂາຍສິນຄ້າຂອງ Amazon ຢ່າງມີປະສິດທິຜົນເພື່ອຕັດຮອນການດໍາເນີນທຸລະກິດ. ໃນປີ 2023, ຈຳນວນຄູ່ຄ້າຂອງຫວຽດນາມ ທີ່ນຳໃຊ້ໃບສັ່ງ Amazon (FBA) ເພີ່ມຂຶ້ນຫຼາຍກວ່າ 300% ເມື່ອທຽບໃສ່ປີ 2019. ຜ່ານ FBA, ບັນດາວິສາຫະກິດສາມາດຫຼຸດຜ່ອນການເຄື່ອນໄຫວ, ສຸມໃສ່ປັບປຸງຜະລິດຕະພັນ, ແລະເຮັດໃຫ້ວິວັດການສົ່ງອອກທາງອອນລາຍສະດວກສະບາຍ ເພື່ອບັນລຸລະດັບເຕີບໂຕສູງກວ່າ.

ທ່າອ່ຽງທີ 5 – ຄວາມຫຼາກຫຼາຍຂອງບັນຊີລາຍຊື່ຜະລິດຕະພັນ: ຂໍ້ມູນໃນ 5 ປີຜ່ານມາຈາກ Amazon ສະແດງໃຫ້ເຫັນວ່າ ບັນຊີລາຍຊື່ຜະລິດຕະພັນມີອັດຕາການເຕີບໂຕສູງສຸດຈາກບັນດາຄູ່ຄ້າຫວຽດນາມ.

ຊຸກຍູ້ການສົ່ງອອກການຄ້າເອເລັກໂຕນິກຂອງຫວຽດນາມ

ການຄ້າເອເລັກໂຕນິກຂ້າມຊາຍແດນພວມເປີດສັກກະຫຼາດໃໝ່ໃຫ້ແກ່ການຄ້າທົ່ວໂລກ, ແລະແມ່ນແບບວິທີໃໝ່ເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ສາມາດເຂົ້າເຖິງລູກຄ້າໃນທົ່ວໂລກ.

Amazon Global Selling ສ້າງວິໄສທັດ ແລະຂັ້ນຕອນຊ່ວຍໃຫ້ບັນດາວິສາຫະກິດຫວຽດນາມ ພັດທະນາ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການສົ່ງອອກການຄ້າເອເລັກໂຕນິກ. ແຜນການນີ້ສຸມໃສ່ 4 ຂົງເຂດຫຼັກຄື:

ສ້າງຊັບພະຍາກອນມະນຸດການຄ້າເອເລັກໂຕນິກຂ້າມຊາຍແດນໃຫ້ຫວຽດນາມ: ເພີ່ມທະວີການສຶກສາ ແລະຍົກລະດັບທັກສະເຕັກນິກດີຈີຕອນເພື່ອພັດທະນາຊັບພະຍາກອນມະນຸດ ແລະການນໍາພາໃຫ້ຂະແໜງການຄ້າເອເລັກໂຕນິກຂ້າມຊາຍແດນ.

ຊຸກຍູ້ເຄືອຂ່າຍຜູ້ສະໜອງບໍລິການການຄ້າເອເລັກໂຕນິກຂ້າມຊາຍແດນດ້ວຍວິທີເປີດກວ້າງ ແລະເພີ່ມທະວີຄວາມສາມາດໃຫ້ຝ່າຍສະໜອງບໍລິການໃນຂະແໜງຂຶ້ນກັບບັນດາຂົງເຂດແຕກຕ່າງກັນ ເພື່ອໜູນຊ່ວຍບັນດາວິສາຫະກິດພາຍໃນປະເທດໃຫ້ຫຼາຍກວ່າ.

ເຊື່ອມຕໍ່ ແລະເພີ່ມທະວີກຳລັງພາຍໃນໃຫ້ແກ່ການຜະລິດຂອງທ້ອງຖິ່ນດ້ວຍການເຊື່ອມຕໍ່ຄູ່ຂາຍ ແລະບັນດາເຈົ້າຂອງ ເຄື່ອງໝາຍການຄ້າກັບຝ່າຍຜະລິດໃນທ່ົວປະເທດເພື່ອເປີດກວ້າງຄັດເລືອກຜະລິດໃໝ່ຈາກຫວຽດນາມ.

ໂຄສະນາເຄື່ອງໝາຍການຄ້າຫວຽດນາມ ອອກສູ່ໂລກ: ສົ່ງເສີມວິສາຫະກິດສ້າງ ແລະພັດທະນາເຄື່ອງໝາຍການຄ້າ, ປະກອບສ່ວນຍົກສູງມູນຄ່າຂອງສິນຄ້າຫວຽດນາມ ໃນຕະຫຼາດໂລກ.

ອີງຕາມທິດທາງຂອງແຜນການນີ້, Amazon Global Selling ໄດ້ປະກາດໄລຍະ 2 ຂອງໂຄງການ "ການຄ້າເອເລັກໂຕນິກຂ້າມຊາຍແດນ: "ສັກກະຫຼາດບຸກທະລຸ, ການຮ່ວມມືກັບກົມການຄ້າເອເລັກໂຕນິກ ແລະເສດຖະກິດດີຈີຕອນ (iDEA).

ທ່ານນາງ ຫງວຽນທິມິງຮວ່ຽນ, ຮອງຫົວໜ້າກົມການຄ້າເອເລັກໂຕນິກ ແລະເສດຖະກິດດີຈີຕອນ, ໃຫ້ຮູ້ວ່າ: “ການສົ່ງອອກອອນລາຍໄດ້ນຳມາເຊິ່ງກາລະໂອກາດເປີດກວ້າງໃນທົ່ວໂລກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທຸກຂະໜາດ. ເພື່ອຊຸກຍູ້ການຄ້າເອເລັກໂຕນິກໃຫ້ກາຍເປັນເສົາຄ້ຳນຳໜ້າຂອງພື້ນຖານເສດຖະກິດດີຈີຕອນຮອດປີ 2025, ລັດຖະບານໄດ້ປະຕິບັດບັນດານະໂຍບາຍຍຸດທະສາດເຊື່ອມຕໍ່ບັນດາເຕັກໂນໂລຢີທີ່ກ້າວໜ້າຂອງການປະຕິວັດອຸດສາຫະກຳ 4.0".

ໂດຍ: ໄຊນີດາ