ຕາມຜູ້ຕາງໜ້າຂອງບໍລິສັດການບິນແຫ່ງຊາດຫວຽດນາມ ແລ້ວ, ການເປີດສູນຂໍ້ມູນຂ່າວສານດ້ານການທ່ອງທ່ຽວຫວຽດນາມ ຢູ່ອິນເດຍ ຈະສ້າງຂົວເຊື່ອມຕໍ່ພັດທະນາການທ່ອງທ່ຽວ, ກໍຄືປະກອບສ່ວນເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.

leftcenterrightdel
ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ, ຜູ້ອຳນວຍການໃຫຍ່ບໍລິສັດການບິນຫວຽດນາມ ເລຮົ່ງຮ່າ ແລະຜູ້ຕາງໜ້າບັນດາຄູ່ຮ່ວມມືຕັດແຖບຜ້າເປີດສູນຂໍ້ມູນຂ່າວສານດ້ານການທ່ອງທ່ຽວຫວຽດນາມ ຢູ່ ອິນເດຍ. ພາບ: ສໍານັກຂ່າວສານຫວຽດນາມ

ເປົ້າໝາຍໃຫຍ່ທີ່ສຸດຂອງສູນແມ່ນຂຸດຄົ້ນຕະຫຼາດການທ່ອງທ່ຽວອິນເດຍ ຢ່າງມີປະສິດທິຜົນ, ຈາກນັ້ນດຶງດູດນັກທ່ອງທ່ຽວຢູ່ອິນເດຍ ມາຫວຽດນາມ ນັບມື້ນັບຫຼາຍ. ບັນດາຜະລິດຕະພັນການທ່ອງທ່ຽວທີ່ພົ້ນເດັ່ນຂອງຫວຽດນາມ ຈະໄດ້ຮັບການໂຄສະນະ ແລະແນະນຳຢູ່ສູນ, ຊ່ວຍໃຫ້ນັກທ່ອງທ່ຽວສາມາດຊອກຮູ້ ແລະເລືອກເຟັ້ນສະຖານທີ່ທ່ອງທ່ຽວ. ນີ້ກໍ່ແມ່ນສະຖານທີ່ເຊື່ອມຕໍ່ລະຫວ່າງບັນດາບໍລິສັດການທ່ອງທ່ຽວ, ລະບົບພັດຕະຄານ, ໂຮງແຮມ, ເຂດລະຫຼີ້ນບັນເທິງ... ຂອງຫວຽດນາມ ກັບບັນດາຄູ່ຮ່ວມມືຢູ່ ອິນເດຍ.

ໃນວັນດຽວກັນ, ບໍລິສັດການບິນ Vietnam Airlines ໄດ້ສົມທົບກັບບັນດາບໍລິສັດ Vietravel, VinGroup, SunGroup ແລະບັນດາບໍລິສັດການທ່ອງທ່ຽວຂອງອິນເດຍ ດຳເນີນພິທີປຸກລະດົມການທ່ອງທ່ຽວຫວຽດນາມ ຢູ່ນະຄອນຫຼວງ Delhi.

ໂດຍ: ທູຈາງ