ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈັດພິທີສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ
ຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ ບ້ານຊຽງວາງ, ເມືອງຫນອງບົກ, ແຂວງ ຄຳມ່ວນ, ລາວ ໄດ້ດຳເນີນພິທີສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890 / 19-5-2024).
    |
 |
ພໍ່ແມ່ປະຊາຊົນຊາວຫວຽດນາມ ໄດ້ຖະຫວາຍທູບທຽນສະແດງຄວາມເຄົາລົບ ແລະຄວາມຮູ້ບຸນຄຸນ ຕໍ່ປະທານໂຮ່ຈີມິນ. ພາບ: vov.vn |
ຕອນບ່າຍວັນທີ 16 ພຶດສະພາ, ຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ ບ້ານຊຽງວາງ, ເມືອງຫນອງບົກ, ແຂວງຄຳມ່ວນ, ລາວ ໄດ້ດຳເນີນພິທີສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890/19-5-2024). ທີ່ພິທີ, ຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ; ຜູ້ຕາງໜ້າສະຖານທູດ, ກົງສູນໃຫຍ່, ສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ພ້ອມກັບພໍ່ແມ່ປະຊາຊົນຊາວຫວຽດນາມ ໄດ້ຖະຫວາຍທູບທຽນ ສະແດງຄວາມເຄົາລົບ ແລະຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈີມິນ, ພ້ອມທັງຫວນຄືນບັນດາຂີດໝາຍສຳຄັນໃນການດຳລົງຊີວິດເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ, ຫວນຄືນບັນດາຄວາມຊົງຈຳ ຂອງປະຊາຊົນ ຊຽງວາງ ກ່ອນນີ້ 90 ປີ, ເມື່ອເພິ່ນມາ ຊຽງວາງ (ລາວ) ເພື່ອພົບປະ, ໂອ້ລົມກັບພໍ່ແມ່ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ.
ໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈຳ ອິດສະລາແອັນ ກໍ່ໄດ້ສົມທົບກັບສູນບຳລຸງສ້າງກະສິກຳສາກົນ (Agrostudies) ຈັດພິທີສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ