ວັນທີ 20 ກໍລະກົດ, ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ລາວ ແລະສະມາຄົມຊາວຫວຽດນາມ ນະຄອນຫຼວງວຽງຈັນ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈ ແລະອາໄລອາວອນຢ່າງສຸດຊຶ້ງມາຍັງຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

leftcenterrightdel
ບັນດາພະສົງສາມະເນນ, ພຸດທະສາສະນິກະຊົນຢູ່ລາວ ຈູດທູບທຽນອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຄວາມຊົງຈຳຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານເລຂາທິການໃຫຍ່ແມ່ນບຸກຄະລິກພາບ, ເປັນແບບຢ່າງ, ລຽບງ່າຍທີ່ສຸດ. ຄວາມເອົາໃຈໃສ່ ແລະການແບ່ງປັນອັນລ້ຳຄ່າຂອງທ່ານເລຂາທິການໃຫຍ່ ໄດ້ປັບປຸງສາມັກຄີ, ຄວາມຮັກແພງ ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ, ມຸ່ງຫາບ້ານເກີດເມືອງນອນ ແລະມີຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ ແລະລັດ ໃນຫົວໃຈຂອງຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເວົ້າສະເພາະ, ຊາວຫວຽດນາມ ອາໄສຢູ່ລາວ ເວົ້າລວມ...

ຕອນຄ່ຳຂອງວັນດຽວກັນ, ປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ນະຄອນຫຼວງວຽງຈັນ ໄດ້ເຂົ້າວັດ ເຝິດຕິກ ຢູ່ນະຄອນຫຼວງວຽງຈັນ ເພື່ອຈັດພິທີໄວ້ອາໄລ, ສະແດງຄວາມເຄົາລົບນັບຖື ແລະຄວາມເສົ້າສະຫຼົດໃຈ, ອາໄລອາວອນຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ເພື່ອສະແດງຄວາມເສົ້າສະຫຼົດໃຈຕໍ່ລູກສິດຜູ້ດີເດັ່ນຂອງ ສສ ຫວຽດນາມ, ພາຍໃຕ້ການຊີ້ນຳຂອງ ພະອາຈານໃຫຍ່ ທິກມິງກວາງ, ຫົວໜ້າຄະນະປະສານງານອົງການພຸດທະສາສະໜາ ຫວຽດນາມ ປະຈຳລາວ, ເຈົ້າອາວາດວັດ ເຝິດຕິກ ນະຄອນຫຼວງວຽງຈັນ, ບັນດາພະສົງສາມະເນນ, ພຸດທະສາສະນິກະຊົນ ໄດ້ພ້ອມກັນສູດຊັກອະນິຈາ, ຖະຫວາຍທູບທຽນເພື່ອລະນຶກຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ໄດ້ອຸທິດຕະຫຼອດຊີວິດເພື່ອຊາດ, ເພື່ອປະຊາຊົນ.

ໂດຍ: ຈາງຫງວຽນ