ທ່ານ Shantanu Chakraborty ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ ຖືວ່າ ໃນ 6 ເດືອນຕົ້ນປີນີ້, ເສດຖະກິດຫວຽດນາມ ໄດ້ສ້າງຄວາມປະທັບໃຈຫຼາຍດ້ວຍລະດັບການເຕີບໂຕ GDP ບັນລຸ 6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນສະພາບການເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກ, ພື້ນຖານເສດຖະກິດຫວຽດນາມ ຍັງມີການເຕີບໂຕສູງ, ຍ້ອນມີບັນດານະໂຍບາຍທີ່ເປັນເຈົ້າການ, ມີໄຫວພິບ ແລະຖືກຕ້ອງ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ເສດຖະກິດເຕີບໂຕຕົ້ນຕໍແມ່ນອີງໃສ່ການຟື້ນຕົວຢ່າງແຂງແຮງຂອງຂົງເຂດການຄ້າ, ໃນນັ້ນການສົ່ງອອກເພີ່ມຂຶ້ນ 14,5% ແລະການນໍາເຂົ້າເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ Shantanu Chakraborty ຖືວ່າ ການເຕີບໂຕໃນປີ 2024 ຍັງຂຶ້ນກັບການປະຕິບັດມາດຕະການປີການເງິນ ແລະການລົງທຶນພາກລັດຂອງລັດຖະບານຢ່າງມີປະສິດທິຜົນ.

ເບິ່ງລວມທັງປີ 2024, ທ່ານ ຫງວຽນບ໊າຮຸ່ງ, ນັກຊ່ຽວຊານດ້ານເສດຖະກິດຂອງ ADB ໃຫ້ຮູ້ວ່າ ໃນເຄິ່ງທ້າຍປີນີ້ ຈະປະສົບກັບຄວາມຫຍຸ້ງຍາກກວ່າເມື່ອທຽບໃສ່ໃນເຄິ່ງຕົ້ນປີ, ສ່ວນໜຶ່ງແມ່ນຍ້ອນດັດຊະນີການເຕີບໂຕໃນ 6 ເດືອນຕົ້ນປີນີ້ໄດ້ຮັບຜົນປະໂຫຍດຈາກຈຸດເລີ່ມຕົ້ນຕໍ່າຂອງເຄິ່ງຕົ້ນປີ 2023.

ເຖິງຢ່າງໃດກໍ່ຕາມ, ADB ຍັງສືບຕໍ່ຮັກສາທັດສະນະທີ່ປະເອີບໃຈວ່າ ການເຕີບໂຕຈະໄດ້ຮັບການຊຸກຍູ້ຢ່າງແຂງແຮງຈາກການລົງທຶນພາກລັດ, ບັນດາປັດໄຈຄື: ການກັບມາຟື້ນຕົວຂອງຂົງເຂດການບໍລິການ, ການຜະລິດກະສິກຳທີ່ໝັ້ນຄົງ, ການບໍລິໂພກພາຍໃນປະເທດ.

ໂດຍ: ຈາງຫງວຽນ