leftcenterrightdel
ການນຳນະຄອນ ໂຮ່ຈີມິນ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍຢູ່ເມືອງ ໂກນດ໊າວ. ພາບ: ເຈົາຢາງ

ວັນທີ 20 ແລະ 21 ກໍລະກົດ, ຢູ່ເມືອງໂກນດ໊າວ (ບ່າເຣ້ຍ - ຫວຸງເຕົ່າ), ຄະນະປະຕິບັດງານຂອງຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ນໍາໂດຍສະຫາຍ ຫງວຽນໂຮ່ຫາຍ, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນ ໄດ້ນຳໜ້າ ແລະດຳເນີນບັນດາການເຄື່ອນໄຫວຕອບບຸນແທນຄຸນຢູ່ເມືອງ ໂກນດ໊າວ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ 1947 / ວັນທີ 27 ກໍລະກົດ 2024). ຄະນະປະຕິບັດງານ ໄດ້ມອບປື້ມແບບຮຽນ, ປື້ມທາບທາມ, ປື້ມສຶກສາທັກສະຊີວິດ 1.000 ກວ່າເຫຼັ້ມ ແລະຄອມພິວເຕີ 5 ຊຸດ ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນເລຮົ່ງຟອງ; ຢ້ຽມຢາມ ແລະມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ອະດີດນັກໂທດໂກນດ໊າວ, ພ້ອມທັງຖະຫວາຍທູບທຽນບູຊາຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ.

ໂດຍ: ທະນາພອນ