ດ້ວຍຈຸດປະສົງຊອກຮູ້ວັດທະນະທຳທີ່ຫຼາຍຮູບຫຼາຍແບບຂອງຫວຽດນາມ, ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານແຫ່ງຊາດພິເສດ Po Klong Garai ຢູ່ນະຄອນ ຟານຣາງ – ທາບຈ່າມ, ແຂວງ ນິງທ້ວນ.

ຢູ່ທີ່ນີ້, ຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຊອກຮູ້ໜຶ່ງໃນບັນດາກິດຈະກຳສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ, ມີຄຸນຄ່າວັດທະນະທຳ, ປະຫວັດສາດເປັນໜ້າເອກອ້າງທະນົງໃຈຂອງຊາວເຜົ່າຈຳ.

leftcenterrightdel
ຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດມາຢ້ຽມຢາມບ້ານ ເບົ່າຈຸກ, ເມືອງ ເຟືອກເຢິນ ແລະມອບລົດຖີບ 12 ຄັນ ທີ່ມີມູນຄ່າ 20 ລ້ານດົ່ງ, ໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມທຸກຍາກ. ພາບ: ຕວນຫວຽດ.

ທ້າວ ເຈີ່ນດຶກມິງ, ຊາວຫວຽດນາມ ອາໄຊຢູ່ມາເລເຊຍ ໄດ້ສະແດງຄວາມຈັບໃຈເມື່ອໄດ້ຊອກຮູ້ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຈໍາ. “ຂ້າພະເຈົ້າມັກຊອກຮູ້ພື້ນຖານວັດທະນະທຳທີ່ແຕກຕ່າງກັນ, ແຕ່ວັດທະນະທຳຂອງຊາວຫວຽດນາມ ຍາມໃດກໍ່ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ຂ້າພະເຈົ້າ. ປະຈຸບັນຂ້າພະເຈົ້າມາແຫ່ງນີ້,  ໄດ້ສຳຜັດກັບແຕ່ລະແຜ່ນຫີນທີ່ກໍ່ສ້າງທາດ, ໄດ້ຮັບຟັງແນະນຳກ່ຽວກັບວັດທະນະທຳຂອງຊາວເຜົ່າຈຳປາ, ຂ້າພະເຈົ້າໄດ້ຮັບເອົາຄວາມຮູ້ໃໝ່ທີ່ມີປະໂຫຍດ ແລະຈັບອົກຈັບໃຈກ່ຽວກັບວັດທະນະທຳທີ່ເປັນເອກະລັກສະເພາະນີ້”.

ດຶກມິງ ກໍ່ແບ່ງປັນວ່າ: “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຊອກຮູ້ວັດທະນະທຳຈຳປາ. ເມື່ອກັບຄືນມາເລເຊຍ, ຂ້າພະເຈົ້າຈະແນະນຳໃຫ້ເພື່ອນຮູ້ກ່ຽວກັບບັນດາທາດທີ່ໃຫຍ່ໂຕ ແລະສວຍງາມຂອງຫວຽດນາມ ແລະວັດທະນະທຳພິເສດຂອງຊາວເຜົ່າຈຳ”.

ໂດຍ: ຈາງຫງວຽນ