leftcenterrightdel
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 46 ຂອງຄະນະກໍາມະການມໍລະດົກໂລກ. ພາບ: qdnd.vn

ຄະນະກຳມະການມໍລະດົກໂລກໄດ້ຮັບຮູ້ ແລະຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນວິວັດການປະຕິບັດຄຳໝັ້ນສັນຍາຂອງລັດຖະບານຫວຽດນາມ ນັບແຕ່ເມື່ອມໍລະດົກໄດ້ຮັບການຮັບຮອງໃນປີ 2010 ມາຮອດປະຈຸບັນ.

ທ່ານ ຮ່າກິມງອກ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ຮອງລັດຖະມົນຕີການຕ່າງປະເທດ ຢັ້ງຢືນຄວາມໝາຍສໍາຄັນພິເສດຂອງສໍາເນົາເອກະສານ “ບຸລິມະສິດຂອງທຸກບຸລິມະສິດ”, ທ່ານເນັ້ນໜັກວ່າ ບັນດາສະມາຊິກຄະນະກຳມະການມໍລະດົກໂລກ ຕີລາຄາສູງຈິດໃຈຮຽນຮູ້ຢ່າງຈິງຈັງ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນການຮ່ວມມື, ຮ່ວມເດີນທາງກັບສູນມໍລະດົກໂລກ, ICOMOS,  ເພື່ອປະຕິບັດຄວາມມຸ່ງຫວັງຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງບົນພື້ນຖານຮັບປະກັນຖືກຕາມຂໍ້ກຳນົດຂອງສົນທິສັນຍາມໍລະດົກໂລກ, ປະຕິບັດຕາມຄຳໝັ້ນສັນຍາຂອງຫວຽດນາມ, ເສີມຂະຫຍາຍຄຸນຄ່າພົ້ນເດັ່ນຂອງທົ່ວໂລກກ່ຽວກັບມໍລະດົກ.

ທ່ານ Lazare Eloundou Assomo ຜູ້ອໍານວຍການສູນມໍລະດົກໂລກຢັ້ງຢືນວ່າ ສໍາເນົາເອກະສານມີຄວາມໝາຍສຳຄັນບໍ່ພຽງແຕ່ສໍາລັບຫວຽດນາມເທົ່ານັ້ນຫາກຍັງຕໍ່ໂລກອີກດ້ວຍ, ຕິດພັນກັບບັນດາບັນຫາໃໝ່ທີ່ກ່ຽວຂ້ອງເຖິງວິວັດການພັດທະນາມໍລະດົກ; ຖືວ່ານີ້ແມ່ນແບບຢ່າງແຫ່ງການຮ່ວມມືລະຫວ່າງປະເທດສະມາຊິກກັບ UNESCO ແລະອົງການໃຫ້ຄຳປຶກສາທັງແມ່ນແບບຢ່າງທີ່ພົ້ນເດັ່ນຂອງການອະນຸລັກຮັກສາມໍລະດົກໂລກ.

ໂດຍ: ເຈິ່ນຮວ່ຽນ