ປັດຈຸບັນ, ແຂວງ ເຊີນລາ ໄດ້ສ້າງຕັ້ງບັນດາຄະນະປະຕິບັດງານລົງຮາກຖານ, ສົມທົບກັບຕາແສງຕ່າງໆ ຊີ້ນຳ, ກວດກາ, ໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ.

ໃນຂະນະນັ້ນ, ຢູ່ແຂວງ ດ້ຽນບຽນ, ວຽກງານຊອກຫາຜູ້ຫາຍສາບສູນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກນ້ຳແກວ່ງ, ນ້ຳຖ້ວມຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ການນຳແຂວງ ໄດ້ມີການຊີ້ນຳຢ່າງໃກ້ຊິດ, ຮຽກຮ້ອງໃຫ້ກຳລັງທີ່ມີໜ້າທີ່ຮັບຜິດຊອບລະດົມແຫຼ່ງກຳລັງຄົນໃຫ້ຫຼາຍທີ່ສຸດ ເພື່ອຜັນຂະຫຍາຍວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ, ຊອກຫາຜູ້ປະສົບເຄາະຮ້າຍ. ກຳລັງການແພດກໍມີການເບິ່ງແຍງ ແລະປິ່ນປົວຄົນເຈັບຢ່າງທັນການ, ອຳນາດການປົກຄອງທ້ອງຖິ່ນກໍຈັດບ່ອນຢູ່ຊົ່ວຄາວ, ປອດໄພໃຫ້ແກ່ປະຊາຊົນທີ່ສູນເສຍບ່ອນຢູ່ອາໄສ… ການນຳແຂວງ ກໍໄດ້ລົງຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍເສຍຊີວິດ, ຫາຍສາບສູນ, ຖືກບາດເຈັບ ແລະສູນເສຍເຮືອນຢູ່ຈາກໄພນ້ຳຖ້ວມດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn