ວັນທີ 15 ເມສາ, ທ່ານ Tim Cook, ຜູ້ອຳນວຍການໃຫຍ່ (CEO) ກຸ່ມບໍລິສັດເຕັກໂນໂລຊີ Apple (ປະເທດອາເມລິກາ) ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການປະຕິບັດງານເປັນເວລາ 2 ວັນຢູ່ຫວຽດນາມ. ຄາດວ່າ, ໃນວັນທີ 15 – 16 ເມສາ, CEO Tim Cook ເຮັດວຽກ, ພົບປະກັບສ່ວນບຸກຄົນຂອງ ຫວຽດນາມ ຈຳນວນໜຶ່ງ.

leftcenterrightdel
ທ່ານ Tim Cook, ຜູ້ອຳນວຍການໃຫຍ່ (CEO) ກຸ່ມບໍລິສັດເຕັກໂນໂລຊີ Apple (ປະເທດ ອາເມລິກາ). ພາບ: ກ໊ຽນອານ

ເມື່ອມາ ຫວຽດນາມ, CEO Apple ໄດ້ແບ່ງປັນວ່າ: “ບໍ່ມີບ່ອນໃດຄື ຫວຽດນາມ, ປະເທດທີ່ຂະຫຍັນຂັນເຄື່ອນ ແລະສວຍງາມ. ຂ້າພະເຈົ້າມີຄວາມຫ້າວຫັນຢາກມາແຫ່ງນີ້ເພື່ອເຊື່ອມຕໍ່ກັບນັກສຶກສາ, ລູກຄ້າ, ເຂົ້າໃຈກວ່າກ່ຽວກັບຄວາມເປັນຫຼາຍຮູບຫຼາຍແບບ ໃນວິທີທີ່ເຂົາເຈົ້ານຳໃຊ້ຜະລິດຕະພັນຂອງພວກຂ້າພະເຈົ້າເພື່ອສ້າງເປັນສິ່ງມະຫັດສະຈັນ”.

CEO Tim Cook ກໍ່ຢັ້ງຢືນວ່າ Apple ຈະສືບຕໍ່ເພີ່ມທະວີບັນດາການເຊື່ອມຕໍ່ຢູ່ຫວຽດນາມ. ພ້ອມກັບເລື່ອງທ່ານ Tim Cook ມາຫວຽດນາມ ຄັ້ງນີ້, Apple ໄດ້ອອກແຈ້ງການກ່ຽວກັບການເພີ່ມທະວີຄຳໝັ້ນສັນຍາກັບຫວຽດນາມ, ລວມທັງການເພີ່ມບ້ວງໃຊ້ຈ່າຍໃຫ້ແກ່ບັນດານັກສະໜອງ, ນັກອຸປະຖຳໃຫ້ແກ່ຂໍ້ລິເລີ່ມກ່ຽວກັບນ້ຳສະອາດຢູ່ບັນດາໂຮງຮຽນທ້ອງຖິ່ນ.

ໂດຍ: ທະນາພອນ