leftcenterrightdel
ບັນດາເຈົ້າໜ້າທີ່ຂອງສອງປະເທດຕັດແຖບຜ້າເປີດງານບຸນຫວຽດນາມ ຢູ່ ຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນຊົມເຊີຍເຫດການ, ທ່ານເອກອັກຄະລັດຖະທູດ ຟ້າມກວາງຫ້ຽວ ເນັ້ນໜັກວ່າ: ງານບຸນສະແດງໃຫ້ເຫັນຄຸນຄ່າວັດທະນະທຳຫວຽດນາມ ເຖິງເພື່ອນມິດຍີ່ປຸ່ນ ແລະສາກົນ, ຜ່ານນັ້ນໄດ້ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ສືບຕໍ່ພັດທະນາ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈຕໍ່ການນຳອຳນາດການປົກຄອງບັນດາແຂວງ, ນະຄອນຢູ່ເຂດ Kansai ທີ່ຍາມໃດກໍ່ຮ່ວມເດີນທາງ ແລະໜູນຊ່ວຍປະຊາຄົມຊາວຫວຽດນາມ ໃນການດໍາລົງຊີວິດ ແລະການເຮັດວຽກ, ຊ່ວຍເຫຼືອເຂົາເຈົ້າໃຫ້ເຊື່ອມໂຍງເຂົ້າກັບປະຊາຊົນປະເທດປະຈໍາຖິ່ນເປັນຢ່າງດີ.

ສ່ວນທ່ານເອກອັກຄະລັດຖະທູດຮັບຜິດຊອບພາກພື້ນ Kansai Himeno ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນການພົວພັນລະຫວ່າງຫວຽດນາມ ກັບ ຍີ່ປຸ່ນ ເວົ້າລວມ ແລະເຂດ Kansai ເວົ້າສະເພາະພວມພັດທະນາຢ່າງຈົບງາມ, ພ້ອມທັງຫວັງວ່າ 2 ປະເທດຈະຮ່ວມແຮງຮ່ວມໃຈປະກອບສ່ວນສ້າງໂລກໃຫ້ມີຄວາມຜາສຸກ.

ງານບຸນຫວຽດນາມ ຢູ່ Osaka 2024 ດຳເນີນເປັນເວລາ 2 ວັນແຕ່ວັນທີ 27 – 28 ເມສາ, ໄດ້ດຶງດູດແຂກມາຢ້ຽມຢາມ ແລະລະຫຼິ້ນປະມານ 100.000 ຄົນ.

ໂດຍ: ໄຊນີດາ