ໃນໂອກາດວັນບຸນ 30 ເມສາ – 1 ພຶດສະພາ, ພ້ອມກັບນັກທ່ອງທ່ຽວພາຍໃນປະເທດ, ຮ່າໂນ້ຍ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ. ໜຶ່ງໃນບັນດາສະຖານທີ່ທີ່ສ້າງຄວາມດຶງດູດໃຈທີ່ສຸດແມ່ນຄຸກ ຫວ່າລໍ່, ແມ່ນໜຶ່ງໃນບັນດາຄຸກໃຫຍ່ທີ່ສຸດຂອງກອງທັບຝະລັ່ງ ຢູ່ອິນດູຈີນ ໃນທ້າຍສະຕະວັດທີ 19 ເພື່ອກັກຂັງທະຫານຮັກຊາດ ແລະນັກປະຕິວັດຫວຽດນາມ ນັບພັນຄົນ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ຄຸກ ຮວ່າລໍ່ ໄດ້ຈັດເປັນເຂດປູສະນີຍະສະຖານລະດັບຊາດໃນປີ 1977. ໃນຊຸມປີມໍ່ໆມານີ້, ການເຄື່ອນໄຫວໂຄສະນາສື່ສານຢູ່ເຂດນີ້ໄດ້ຮັບການຊຸກຍູ້ ຢ່າງແຂງແຮງ. ມີຫຼາຍເລື່ອງລາວປະຫວັດສາດໄດ້ຮັບການຄັດເລືອກ, ເກັບກໍາ ແລະໂຄສະນາດ້ວຍຫຼາຍຮູບການຢ່າງມີຫົວຄິດປະດິດສ້າງ, ທ່ວງທັນກັບທ່າອ່ຽງທີ່ພວມນິຍົມໃຊ້ຂອງເຄືອຂ່າຍສັງຄົມ.

ໂດຍ: ໄຊນີດາ