leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດບຸນປີໃໝ່ປະເພນີຂອງບາງປະເທດ ອາຊີ, ຕອນຄ່ຳວັນທີ 26 ເມສາ, ຢູ່ໂຮງແຮມ ຖັ໋ງເລີ້ຍ, ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ສົມທົບກັບສະຖານທູດ ລາວ, ເຊິ່ງເປັນປະເທດປະທານອາຊຽນ ປີ 2024 ນີ້, ຈັດລາຍການພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ຂອງບາງປະເທດ ອາຊີ.

ມີຜູ້ແທນກວ່າ 250 ຄົນມາຈາກບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ. ທ່ານນາງເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຄຳເຜົາ ເອີນທະວັນ, ເນັ້ນໜັກວ່າ: ການພົບປະແລກປ່ຽນແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ, ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ແລະ ເພື່ອນມິດສາກົນເຂົ້າໃຈເລິກກວ່າກ່ຽວກັບບຸນປີໃໝ່ປະເພນີທີ່ມີມາແຕ່ດົນນານຂອງແຕ່ລະປະເທດ…

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ