leftcenterrightdel
ພາບປະກອບຈາກ: ຄະນະຈັດຕັ້ງ

ງານວາງສະແດງສາກົນອຸປະກອນທົດລອງ ແລະວິເຄາະຢູ່ຫວຽດນາມ - ງານວາງສະແດງ VietLab Expo 2024 ຈະດຳເນີນແຕ່ວັນທີ 21 - 23 ພະຈິກ 2024 ຢູ່ນະຄອນໂຮ່ຈີມິນ. ເຫດການນີ້ໂດຍບໍລິສັດຫຸ້ນສ່ວນງານຕະຫຼາດນັດວາງສະແດງ ແລະໂຄສະນາຫວຽດນາມ (VIETFAIR) ແລະ Sanghai Transcend Conference and Exhibition Service Co., LTD ສົມທົບກັນຈັດຕັ້ງ.

ງານວາງສະແດງ VietLab Expo 2024 ມີ 250 ກວ່າຮ້ານວາງສະແດງ, ຂອງ 200 ຫົວໜ່ວຍ ແລະວິສາຫະກິດຫວຽດນາມ ແລະສາກົນ, ຈະວາງສະແດງ ແລະແນະນຳບັນດາຄວາມກ້າວໜ້າ, ຜົນງານທີ່ພົ້ນເດັ່ນ, ເຕັກໂນໂລຊີ ແລະຜະລິດຕະພັນໃໝ່ສຸດໃນຂົງເຂດທົດລອງ ແລະວິເຄາະ.

ໃນຂອບເຂດງານວາງສະແດງ, ຍັງມີບັນດາການເຄື່ອນໄຫວພິເສດດ້ວຍຫົວຂໍ້ຄື: ການແພດສຸຂະພາບສະຫຼາດ, ການສົນທະນາສຳມະນາວິຊາການກ່ຽວກັບການວິເຄາະ ແລະທົດລອງຫວຽດນາມ. ຄຽງຂ້າງນັ້ນແມ່ນການຢ້ຽມຢາມບັນດາໂຮງງານຜະລິດຢາຢູ່ພາກໃຕ້, ສົ່ງເສີມການຄ້າ, ແນະນຳເຕັກໂນໂລຊີ, ຜະລິດຕະພັນໃໝ່ຂອງສະມາຄົມຂະແໜງສິນຄ້າ, ວິສາຫະກິດ.

ໂດຍ: ໄຊນີດາ