leftcenterrightdel
ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ເຈີ່ນຢຸຍດົງ ແບ່ງປັນຢູ່ເວທີປາໄສ. ພາບ: qdnd.vn

ລະອຽດໃນປີ 2023, ບັນດາບໍລິສັດເລີ່ມທຸລະກິດຂອງຫວຽດນາມ ໄດ້ຮັບຍອດຈຳນວນທຶນ 529 ລ້ານໂດລາສາຫະລັດ, ຫຼຸດລົງ 17% ເມື່ອທຽບໃສ່ປີກ່ອນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ການລົງທຶນດ້ານເຕັກໂນໂລຊີຢູ່ຫວຽດນາມ ສືບຕໍ່ໄດ້ຮັບຜົນກະທົບຈາກສະພາບເສດຖະກິດມີການຫັນປ່ຽນໃນທົ່ວໂລກ. ເຖິງຢ່າງໃດກໍຕາມ, ແຕ່ເມື່ອທຽບໃສ່ລະດັບຫຼຸດລົງ 35% ຂອງການລົງທຶນໃນທົ່ວໂລກ, ລະດັບຫຼຸດລົງ 17% ສະແດງໃຫ້ເຫັນວ່າ, ຕະຫຼາດຫວຽດນາມ ຍັງຄົງຕົວຢ່າງໝັ້ນຄົງຕໍ່ໜ້າສິ່ງທ້າທາຍຂອງຕະຫຼາດທຶນ. ຢູ່ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ຢືນອັນດັບທີ 3 ກ່ຽວກັບຈຳນວນສັນຍາລົງທຶນ ແລະ ຢືນອັນດັບ 3 ກ່ຽບກັບຍອດມູນຄ່າລົງທຶນທັງໝົດ. ໃນປີ 2023, ມີເກືອບ 100 ກອງທຶນໄດ້ລົງທຶນເຂົ້າບັນດາບໍລິສັດເລີ່ມທຸລະກິດຂອງຫວຽດນາມ, ໃນນັ້ນພົ້ນເດັ່ນແມ່ນບັນດານັກລົງທຶນມາຈາກສິງກະໂປ, ຖັດຈາກນັ້ນແມ່ນນັກລົງທຶນຂອງຫວຽດນາມ.

ໂດຍ: ໄຊນີດາ