ປ່ຽນແປງໃໝ່ຈີນຕະນາການ ແລະວິທີປະຕິບັດເພື່ອ “ປະດິດສ້າງ” ສະພາບແວດລ້ອມໃໝ່ເປັນກຳລັງໜູນໃຫ້ແກ່ການເຕີບໂຕດ້ານເສດຖະກິດແມ່ນຂໍ້ສັງເກດຂອງບັນດາຜູ້ແທນທີ່ກອງປະຊຸມສຳມະນາປະກາດ “ບົດລາຍງານຄົ້ນຄວ້າການພັດທະນາເສດຖະກິດປະດິດສ້າງ: ທ່າອ່ຽງ, ປະສົບການສາກົນ ແລະຂໍ້ສະເໜີແນະຕໍ່ຫວຽດນາມ”.

leftcenterrightdel
ກອງປະຊຸມສຳມະນາ. ພາບ: daibieunhandan.vn

ຕາມບົດລາຍງານແລ້ວ, ບັນດາຈຸດເດັ່ນໃນການພັດທະນາເສດຖະກິດຢ່າງມີຫົວຄິດປະດິດສ້າງຂອງຫວຽດນາມ ລວມມີ: ມໍລະດົກວັດທະນະທຳທີ່ອຸດົມສົມບູນ ແລະມີຄວາມຫຼາກຫຼາຍ; ປະຊາກອນໜຸ່ມ, ຂະຫຍັນຂັນເຄື່ອນ ແລະມີຄວາມຊຳນານທາງດ້ານເຕັກໂນໂລຊີ; ການປ່ຽນແປງນະໂຍບາຍຢ່າງຕັ້ງໜ້າສຳລັບຮູບແບບເສດຖະກິດໃໝ່. ບົດລາຍງານຍົກອອກຂໍ້ສະເໜີແນະ ຄື: ຫວຽດນາມ ຕ້ອງສຳເລັດຂອບນະໂຍບາຍເພື່ອບຳລຸງສ້າງເສດຖະກິດປະດິດສ້າງ, ຕິດພັນກັບການສ້າງສະພາບແວດລ້ອມ, ກຳລັງໜູນ ແລະຄວາມອຸ່ນອ່ຽງໃຈໃຫ້ຜູ້ປະດິດສ້າງ.

ເພີ່ມທະວີການລົງທຶນດ້ານພື້ນຖານໂຄງລ່າງ ແລະເຕັກໂນໂລຊີດີຈີຕອນ; ເສີມຂະຫຍາຍການພັດທະນາການສຶກສາ ແລະການສຶກສາທັກສະ; ຊຸກຍູ້ການຮ່ວມມື ແລະການເຊື່ອມຕໍ່; ສືບຕໍ່ພັດທະນາຕະຫຼາດພາຍໃນ ແລະຕ່າງປະເທດໃຫ້ບັນດາຜະລິດຕະພັນປະດິດສ້າງຂອງຫວຽດນາມ ແລະເພີ່ມທະວີຄວາມຍືນຍົງ ແລະຄວາມຮັບຜິດຊອບຕໍ່ສັງຄົມໃນບັນດາວິສາຫະກິດທີ່ກ່ຽວຂ້ອງເຖິງການປະດິດສ້າງ...

ໂດຍ: ໄຊນີດາ