leftcenterrightdel
ຄະນະຈັດຕັ້ງມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ. ພາບ: qdnd.vn

ໄດ້ຮັບການຈັດຂຶ້ນແຕ່ວັນທີ 21 ເມສາ, ດ້ວຍການເຂົ້າຮ່ວມຂອງອາຈານ ແລະນັກສຶກສາ 400 ກວ່າຄົນ, ຊຸດຝຶກອົບຮົມດັ່ງກ່າວໄດ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້, ດ້ວຍນັກນັກສຳມະນາກອນດີເດັ່ນ, ດີເລີດ 100%; ໄດ້ປະກອບຄວາມຮູ້ໃນການຮັບມືກັບລະເບີດ, ວັດຖຸລະເບີດ; ອັບເດດຂໍ້ມູນຂ່າວສານກ່ຽວກັບສະພາບມົນລະພິດຈາກລະເບີດຢູ່ແຂວງກວາງຫງາຍ, ບິ່ງດິງ ແລະເທືອທຽນ ເຫ້ວ... ພາຍຫຼັງຊຸດຝຶກອົບຮົມ, ນັກສຳມະນາກອນຈະເຜີຍແຜ່, ຖ່າຍທອດຄວາມຮູ້, ທັກສະທີ່ໄດ້ຮັບການຝຶກອົບຮົມໃຫ້ແກ່ພະນັກງານ-ນັກຮົບຂອງບັນດາອົງການ, ກົມກອງເຂົ້າຮ່ວມໂຄງການ; ພ້ອມທັງຜັນຂະຫຍາຍວຽກງານກະກຽມ, ສົມທົບກັນຢ່າງແໜ້ນແຟ້ນ, ສຸມໃສ່ປະຕິບັດໂຄງການໃຫ້ມີປະສິດທິຜົນ ແລະປອດໄພ.

ໂດຍ: ໄຊນີດາ