leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ ປະທານສະມັດຊາໃຫຍ່ UNESCO Simona-Mirela Miculescu. ພາບ: ຕວ໊ນແອງ

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ສະເໜີທ່ານນາງປະທານ ສະມັດຊາໃຫຍ່ ແລະ UNESCO ສືບຕໍ່ສະໜັບສະໜູນ, ໜູນຊ່ວຍຫວຽດນາມ ຜ່ານບັນດາການເຄື່ອນໄຫວລະອຽດ ຄື: ຊຸກຍູ້ການຜັນຂະຫຍາຍບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງຫວຽດນາມ ແລະ UNESCO ໃນໄລຍະ 2021-2025; ໃຫ້ຄຳປຶກສານະໂຍບາຍ, ແລກປ່ຽນບົດຮຽນປະສົບການຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ; ໜູນຊ່ວຍການຮ່ວມມືພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ການນຳໃຊ້ ແລະພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ; ການຫັນເປັນດີຈີຕອນ; ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄົ້ນຄວ້າວິທະຍາສາດທາງທະເລ; ການເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ມໍລະດົກ, ກຳລັງແຮງຂອງຊາວຫວຽດນາມ.

ສ່ວນທ່ານນາງ Simona-Mirela Miculescu ໄດ້ເຫັນດີກັບຂໍ້ສະເໜີຂອງທ່ານລັດຖະມົນຕີ ບຸ່ຍແທງເຊີນ ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ; ຢືນຢັນວ່າ UNESCO ຍາມໃດກໍ່ແມ່ນບ່ອນຮ່ວມເດີນທາງ ແລະຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ.

ໂດຍ: ໄຊນີດາ